ດ່ວນ! ສ ສ ຊ ສ ະເໜີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ດ່ວນ! ສສຊ ສະເໜີ ຫ້າມນຳເຂົ້າປະເພດ ຢາສູບໄຟຟ້າທີ່ເບີຶ່ອເມົາຊາວໜຸ່ມ

ໃນວັນທີ 12/11/2021 ທ່ານ ຄຳປະສິດ ເທບວົງສາ ສສຊ ເຂດ16 ແຂວງເຊກອງ ໄດ້ປະກອບຄຳເຫັນຕໍ່ກົດຫມາຍວ່າດ້ວຍ ຮ່າງກົດໝາຍປັບປຸງຄວບຄຸມຢາສູບ (ຢາສູບໄຟຟ້າ)

ຕໍ່ກະຊວງສາທາລະນະສຸກ ທີ່ພົວພັນກັບມາດຕາທີ່ (04, 06, 08) ເຊິ່ງກ່ຽວກັບ ບັນຫາຢາສູບໄຟຟ້າ, ເຫັນຄວາມຈໍາເປັນຢ່າງຍິ່ງຕ້ອງມີກົດໝາຍຈໍາກັດ ຫຼື ຫ້າມນໍາເຂົ້າປະເພດຢາສູບໄຟຟ້າທີ່ເບື່ອເມົາໄວໜຸ່ມ.

ທ່ານກ່າວວ່າ ຢູ່ ສ.ອາເມລິກາ ຢາສູບໄຟຟ້າມີອິດທິພົນເປັນຄ່ານິຍົມຫຼາຍຕໍ່ໄວໜຸ່ມເຂົາເຈົ້າ, ຕາມການລາຍງານສານໃນຢາສູບໄຟຟ້າມີສານ Nicotine ສາມາດທໍາລາຍປະສາດ ແລະ ທໍາລາຍປອດໄວກວ່າຢາສູບທໍາມະດາ. ປະຈຸບັນ, ໃນທົ່ວໂລກກໍາລັງພິຈາລະນາອອກກົດໝາຍກ່ຽວກັບຢາສູບໄຟຟ້າ.

ສ່ວນຢູ່ ສປປ ລາວ ເຫັນວ່າ ໄວລຸ້ນອາຍຸ 12 ປີຂຶ້ນໄປທັງຍິງ ແລະ ຊາຍ ມີກະແສນິຍົມຫຼາຍ ໃນການໃຊ້ຢາສູບໄຟຟ້າ ເຊິ່ງປະກົດເຫັນເປັນ ກະແສນິຍົມ ໃນກຸ່ມເຂົາເຈົ້າກໍວ່າໄດ້ ແລະ ເປັນສິ່ງທີ່ເຫັນໄດ້ງ່າຍໃນສາທາລະນະ ຕາມຮ້ານອາຫານກິນດື່ມ, ຮ້ານກະເຟ ແລະ ສະຖານທີ່ອື່ນໆ. ຂໍມີຄໍາເຫັນ ແລະ ປະກອບຄໍາເຫັນຄືດັ່ງນີ້:

1 ຂໍສະເໜີໃຫ້ມີກົດໝາຍແລະການລົງໂທດ ຫ້າມນໍາເຂົ້າ ຫຼື ຊື້ຂາຍແລະນຳໃຊ້ຢາສູບໄຟຟ້າ ແບບເຂັ້ມງວດ ແລະຈິງຈັງ.

2. ໃຫ້ມີການປັບໄຫມຍ່າງຮຸນແຮງ ແລະຫ້າມນໍາເຂົ້າຢາສູບໄຟຟ້າເພື່ອໃຫ້ເປັນສິ່ງທີ່ຜິດກົດໝາຍ. ເຊິ່ງປະຈຸບັນກໍຄິດວ່າຢາສູບໄຟຟ້າປະເພດນີ້ຍັງມີຜູ້ລັກລອບນໍາເຂົ້າຢູ່.

3. ໃຫ້ມີກົດໝາຍຄວບຄຸມ ຢາສູບໄຟຟ້າໃຫ້ເປັນຢາ ຫຼື ເປັນຜະລິດຕະພັນທີ່ປິ່ນປົວສະເພາະ ຫຼື ບໍາບັດພະຍາດແທນ.

Related Posts

Leave a Reply

Your email address will not be published. Required fields are marked *