Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
“ແກ້ໄຂຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ທີ່ລັກລອບເປີດໃຫ້ບໍລິການຫຼິ້ນພະນັນທີ່ຕ້ອງຫ້າມທາງອິນເຕີເນັດ”ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກເຕັກໂນໂລຊີການສື່ສານ ນວ, ປກສ ກຸ່ມໂນນຫວາຍ,
ປກສ ກຸ່ມວັງຊາຍ ແລະ ການຈັດຕັ້ງບ້ານ ລົງແກ້ໄຂຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ລັກລອບເປີດບໍລິການພະນັນທີ່ຕ້ອງຫ້າມທາງອິນເຕີເນັດ ຢູ່ບ້ານເມືອງນ້ອຍ ແລະ ບ້ານໂນນສະຫວ່າງ ເມືອງໄຊເຊດຖາ ນວ

ກວດພົບໄດ້ຢຶດຂອງກາງທີ່ພົວພັນກັບການຫຼິ້ນການພະນັນທາງອິນເຕີເນັດ ມີຈໍຄອມພິວເຕີຕັ້ງໂຕະ 2 ຊຸດ, ເຄື່ອງພິມປຣິ້ນເຕີມເຊີເກມ 1 ເຄື່ອງ ແລ້ວນໍາມາເກັບຮັກສາໄວ້ ທີ່ກອງບັນຊາການ ປກສ ນວ.
ພັທ ບູນວິໄລ ຈັນທະວົງ ຮອງຫົວໜ້າພະແນກ 202 ຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຮ້ານອິນເຕີເນັດກາເຟ ທັງ 2 ຮ້ານ ໄດ້ລະເມີດຄໍາສັ່ງເລກທີ 15/ນຍ, ຂໍ້ຕົກລົງ 828/ປທສ, ແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ລະເມີດຕໍ່ປະມວນກົດໝາຍອາຍາ ມາດຕາ 141 ຂໍ້ຫາຫຼິ້ນການພະນັນທີ່ຕ້ອງຫ້າມ.

ຕໍ່ກັບເຈົ້າຂອງຮ້ານ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກ ພ້ອມທັງໃຫ້ໂຈະຊົ່ວຄາວຈົນກວ່າມີຄໍາສັ່ງປ່ຽນແປງ.

ຂໍ້ມູນ: ປກສ ນວ
ຈາກ ທັນເຫດການ