Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຫົດຫູ່ໃຈ ຖິ້ມສົບລູກຕົວເອງລົງຖັງຂະຫຍະ
ຕຳຫລວດໄທ ຈັບຍິງສາວຊາວລາວ ຖິ້ມສົບລູກລົງຖັງຂະຫຍະອ້າງວ່າລູກເສຍຊີວິດເອງ ແຕ່ຕຳຫລວດພົບອາດເປັນການຄາດຕະກຳ ເລີຍແຈ້ງຂໍ້ຫາຫນັກທັນທີ.
ວັນທີ່ 15 ພະຈິກ 21 ພົນຕຳຫລວດຕີ ພອນໄຊ ຂະຈອນກິ່ນ(พล.ต.ต พรชัย ขจรกลิ่น) ຜູ້ບັງຄັບບັນຊາ: ກອງບັງຄັບການຕຳຫລວດນະຄອນບານ4 ເປີດເຜີຍວ່າ ທາງຕຳຫລວດ ສນ.ຫົວຫມາກ ໄດ້ກັກຕົວຍິງສາວອາຍຸ 30 ປີ ສັນຊາດລາວ
ຫລັງໄດ້ກໍ່ເຫດ ຖິ້ມສົບເດັກນ້ອຍ ລົງຖັງຂະຫຍະ ພາຍໃນຊອຍຣາມຄຳແຫງ 42 ແຂວງຫົວຫມາກ ເຂດບາງກະປິ ກຣຸງເທບມະຫານະຄອນ( ໄທ )ເມື່ອວັນທີ່ 6 ພະຈິກ 21 ຫລັງເກີດເຫດ ຕຳຫລວດໄດ້ໄລ່ກ້ອງວົງຈອນປິດຈົນນຳໄປສູ່ການຈັບກຸມຕົວຍິງຄົນນີ້ໄດ້ໃນທີ່ສຸດ.
ທາງພັນຕຳຫລວດເອກ ວິໄຊ ນະຣົງ(พ.ต.อ. วิชัย ณรงค์) ຜູ້ກຳກັບການ ສນ. ຫົວຫມາກ ເປີດເຜີຍວ່າຫລັງຈາກເກີດເຫດຕຳຫລວດພົບພາບກ້ອງວົງຈອນປິດ ຂະນະຜູ້ຕ້ອງຫານຳຖົງຂະຫຍະອອກຈາກຫ້ອງພັກ ແລ້ວຍ່າງລົງໄປຖິ້ມ ກ່ອນຈະກັບເຂົ້າຫ້ອງ ແລ້ວບໍ່ອອກມາອີກເລີຍ ເມື່ອໄປເຊີນຕົວມາສອບປາກຄຳ ຜູ້ກ່ຽວກໍ່ຮັບສາລະພາບວ່າໄດ້ກໍ່ເຫດດັ່ງກ່າວຈິງ.
ທັ້ງຜູ້ຖືກຫາກໍ່ເປີດເຜີຍວ່າ ຕົນເອງເປັນແຮງງານຫລົບຫນີ້ເຂົ້າເມືອງຢ່າງຜິດກົດຫມາຍ ໂດຍເມື່ອວັນທີ່ 5 ພະຈິກ 21 ທີ່ຜ່ານມາ ໄດ້ຄອດລູກເພດຊາຍໃນຫ້ອງພັກ ແຕ່ 3-4 ນາທີຕໍ່ມາລູກກໍ່ເສຍຊີວິດ ດ້ວຍຄວາມອ່ອນເພຍຫລັງການຄອດ ຈຶ່ງນອນຫລັບໄປ ກ່ອນທີ່ຊ່ວງແລງຈະນຳຮ່າງຂອງລູກໃສ່ຖົງຂະຫຍະເອົາໄປຖິ້ມ ຈົນມີຄົນພົບເຫັນຊາກສົບ ແລະ ຖືກຈັບກຸມໃນທີ່ສຸດ.
ເບື້ອງຕົ້ນຕຳຫລວດໄດ້ຮັບຄວາມເຫັນຈາກແພດວ່າສົບເດັກນ້ອຍລາຍນີ້ມີການຫາຍໃຈກ່ອນເສຍຊີວິດ
ແລະ ສາເຫດການຕາຍ ເກີດຈາກການປິດກັ້ນການຫາຍໃຈ ແລະ ມີການກະທຳຈາກພາຍນອກ ຈຶ່ງຕ້ອງສອບສວນລາຍລະອຽດອີກຄັ້ງ ຈຶ່ງແຈ້ງຂໍ້ຫາແມ່ຂອງເດັກນ້ອຍຖານ ຂ້າຜູ້ອື່ນ,ປິດບັງທຳລາຍສົບ ແລະ ຫລົບຫນີເຂົ້າເມືອງ ຢູ່ໃນຣາຊະອານາຈັກໄທ ໂດຍບໍ່ໄດ້ຮັບອະນຸຍາດ ຈຶ່ງນຳຕົວໄປດຳເນີນຄະດີຕາມກົດຫມາຍຕໍ່ໄປ.
ໄລ່ຕາມກະແສຂ່າວ ລາວ-ໄທ