Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເຈົ້າແຂວງຫົວພັນ ຈິ່ງອອກແຈ້ງການແນະນໍາດັ່ງນີ້:
1. ສໍາລັບພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານ ບໍລິສັດ, ອົງການຕ່າງໆ ແລະ ປະຊາຊົນ
ບັນດາເຜົ່າ ມີຄວາມຈຳເປັນທີ່ຈະເດີນທາງເຂົ້າ-ອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດ
ຕະການດັ່ງນີ້:
ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ (ຕາມຊະນິດວັກຊິນ) ແລະ ເດີນທາງມາຈາກເຂດບ້ານສີຂຽວ ແມ່ນຕ້ອງໄດ້ກັກຕົວຢູ່ສູນກັກກັ້ນຂອງຄະນະສະເພາະກິດກໍານົດໄວ້ເປັນເວລາ 14 ວັນ.
ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ ແຕ່ເດີນທາງມາຈາກເຂດບ້ານສີແດງ ຫຼື ຜູ້ທີ່ຍັງບໍ່ໄດ້ສັກຢາ ວັກຊິນ ແຕ່ເດີນທາງມາຈາກເຂດບ້ານສີຂຽວ ແມ່ນຕ້ອງໄດ້ເຂົ້າສຸນກັກຕົວຢູ່ສູນກັກກັ່ນທີ່ຄະນະສະເພາະ ກິດກໍານົດໄວ້ ເປັນເວລາ 21 ວັນ.
– ສໍາລັບບຸກຄົນທີ່ບໍ່ໄດ້ສັກຢາວັກຊິນ ເດີນທາງມາຈາກເຂດສີແດງ ແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນຢ່າງເດັດຂາດ.
ສໍາລັບບຸກຄົນ, ນິຕິບຸກຄົນ ທີ່ໄດ້ສັກຢາວັກຊິນຄົບໂດສ ( ຢູ່ພາຍໃນແຂວງຫົວພັນ ) ຫາກໄດ້ຮັບ ແຈ້ງເຊີນ, ແຈ້ງການ ແລະ ຄໍາສັ່ງ ຈາກບັນດາກະຊວງ, ອົງການທຽບເທົ້າຂັ້ນສູນກາງ ໃຫ້ໄປຮ່ວມກອງປະຊຸມວຽກງານໃດໜຶ່ງຢູ່ຕ່າງແຂວງ ແມ່ນຈະຕ້ອງໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19( ຖ້າປາຍທາງ ຕ້ອງການ )
ຫຼັງຈາກສໍາເລັດໜ້າທີ່ວຽກງານແລ້ວ ເດີນທາງກັບມາ ແຂວງຫົວພັນ ຕ້ອງໄດ້ເຂົ້າສຸນກັກກັ້ ຂອງແຂວງກຳນົດ 3 ວັນ ພ້ອມທັງກວດວິເຄາະຫາເຊື້ພະຍາດໂຄວິດ-19 ດ້ວຍເຄື່ອງ PCR ຖ້າຫາກຜົນກວດອອກມາເປັນລົບແລ້ວ ແມ່ນໃຫ້ຈຳກັດບໍລິເວນຢູ່ເຮືອນເປັນເວລາ 11 ວັນ.
ເຈົ້າໜ້າທີ່ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຫາກໄດ້ໄປປະຕິບັດໜ້າທີ່ຢູ່ຕ່າງແຂວງກັບມາ ແຂວງຫົວພັນ ຕ້ອງໄດ້ເຂົ້າສູນກັກກັ່ນຂອງແຂວງກຳນົດໄວ້ 3 ວັນ ພ້ອມທັງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ຖ້າຫາກຜົນກວດອອກມາເປັນລົບແລ້ວ ແມ່ນໃຫ້ຈໍາກັດບໍລິເວນຢູ່ເຮືອນເປັນເວລາ 11ວັນສໍາລັບບຸກຄົນ,
ນິຕິບຸກຄົນ ທີ່ໄດ້ສັກຢາວັກຊິນຄົບໂດສ ( ຢູ່ຕ່າງແຂວງ ) ຫາກໄດ້ຮັບແຈ້ງເຊີນ, ແຈ້ງການ ແລະ ຄໍາສັ່ງ ຈາກບັນດາກະຊວງ, ອົງການທຽບເທົ້າຂັ້ນສູນກາງ ໃຫ້ມາຮ່ວມກອງປະຊຸມວຽກງານໃດໜຶ່ງຢູ່ແຂວງຫົວພັນ, ກ່ອນຈະເດີນທາງຕ້ອງມີໃບຢັ້ງຢືນການເດີນທາງຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນສູນກາງ ຫຼື ແຂວງຕົ້ນທາງ ແລະ ຕ້ອງໄດ້ຮັບການກວດວິເຄາະຫາເຊື້ອພະຍາດໂຄວິດ-19
ດ້ວຍເຄື່ອງ PCR ພາຍໃນ 72 ຊົ່ວໂມງ ຖ້າຫາກຜົນກວດອອກມາເປັນລົບແລ້ວຈິ່ງອະນຸຍາດເດີນທາງເຂົ້າແຂວງຫົວພັນ, ໃນເວລາຢູ່ແຂວງຫົວພັນ ຈະໄດ້ຈໍາກັດບໍລິເວນ ຕາມສະຖານທີ່ຄະນະສະເພາະກິດນົດໄວ້, ໃນເວລາປະຊຸມແມ່ນຈະໄດ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
2. ສໍາລັບນັກທຸລະກິດ, ວິຊາການ, ຊ່ຽວຊານ ທັງພາກລັດ ແລະ ເອກະຊົນ ຫາກມີຄວາມຈຳເປັນເດີນທາງ ເຂົ້າແຂວງຫົວພັນ ເປັນເວລາສັ້ນ 4 ວັນລົງມາ ແມ່ນໃຫ້ຂຽນໜັງສືສະເໜີຫາຄະນະສະເພາະກິດຕ້ານ ພະຍາດໂຄວິດ-19 ແຂວງຫົວພັນ ເພື່ອຄົ້ນຄ້ວາພິຈາລະນາຕາມສະພາບ ແລະ ເງື່ອນໄຂຕົວຈິງ.
3. ອະນຸຍາດເປີດການຂົນສົ່ງລົດໂດຍສານ ແລະ ສາຍການບິນໂດຍສານ ເຂົ້າແຂວງຫົວພັນ ໂດຍໃຫ້ປະຕິບັດ ຕາມເງື່ອນໄຂດັ່ງນີ້:,
ກ. ການຂົນສົ່ງໂດຍສານທາງອາກາດ;
ຜູ້ໂດຍສານທີ່ມາຈາກເຂດບ້ານສີຂຽວ ແລະ ສັກຢາວັນຊົນຄົບໂດສ (ຕາມຊະນິດວັກຊິນ) ແມ່ນຕ້ອງໄດ້ ກັກຕົວ ຢູ່ສູນກັກກັນຂອງຄະນະສະເພາະກິດກໍານົດໄວ້ ເປັນເວລາ 14 ວັນ.
ກໍລະນີພົບຜູ້ໂດຍສານ ມາຈາກເຂດບ້ານສີແດງ ເດີນທາງຮ່ວມກັນ ເຖິງວ່າຈະໄດ້ ສັກຢາວັນຊົນຄົບໂດສຕາມຊະນິດວັກຊິນ ແລ້ວ ກໍ່ຕາມ ຄະນະສະເພາະກິດ ພວກເຮົາ ຈະໄດ້ນໍາຕົວ ຜູ້ໂດຍສານທັງໝົດ ໄປກັກກັນ ຢູ່ສະຖານທີ່ ຂອງຄະນະສະເພາະກິດກຳນົດໄວ້ ເປັນເວລາ 21 ວັນ
ຂ. ການຂົນສົ່ງໂດຍສານທາງບົກ:
– ອະນຸຍາດໃຫ້ແລ່ນລົດຂົນສົ່ງລົດໂດຍສານ (ສາຍທາງ ຫົວພັນ – ຊຽງຂວາງ- ນະຄອນຫຼວງ ວຽງຈັນ ). 2 ຖ້ຽວ/ວັນ. 2 ສ່ວນ ( ສາຍທາງ ນະຄອນຫຼວງ ວຽງຈັນ – ຊຽງຂວາງ – ຫົວພັນ ) ແມ່ນ ໃຫ້ແລ່ນ ວັນລະ 2 ຖ້ຽວ ໃນ ນັ້ນ ລົດຂົນສົ່ງ ຜູ້ໂດຍສານ ທີ່ມາຈາກເຂດບ້ານສີຂຽວ 1 ຖ້ຽວ, ແລະ ລົດ ຂົນສົ່ງຜູ້ໂດຍສານ ທີ່ມາຈາກ ເຂດບ້ານສີແດງ 1 ຖ້ຽວ.
ສ່ວນວັນເວລາ ກໍານົດເປີດບໍລິການ ແລະ ການອອກລະບຽບການ ສະເພາະ ເພື່ອຄຸ້ມຄອງການຂົນສົ່ງດັ່ງກ່າວ ແມ່ນ ມອບໃຫ້ພະແນກໂຍທາທິການແລະ ຂົນສົ່ງແຂວງ ຮີບຮ້ອນສົມທົບກັບພະແນກ ສາທາລະນະສຸກແຂວງ ແລະ ເຈົ້າຂອງກິດຈະການສະຖານີ ຄົ້ນຄ້ວາ ກໍານົດເງື່ອນໄຂ ແລະ ມາດຕະການ ປ້ອງກັນ ແລະ ຄວບຄຸມໃຫ້ລະອຽດ. ອະນຸຍາດໃຫ້ເປີດບໍລິການລົດຂົນສົ່ງໂດຍສານພາຍໃນແຂວງຫາເມືອງ ຢ່າງເປັນປົກກະຕິ.
4. ອະນຸຍາດໃຫ້ ລົດບັນທຸກສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ-ອອກ ແຂວງຫົວພັນໄດ້ ແຕ່ຕ້ອງ ປະຕິບັດການປ່ຽນຖ່າຍໂຊເຟີລົດຢູ່ຈຸດກວດກາ ຫຼື ດ່ານຊາຍແດນ ລະຫ່ວາງປະເທດ ພ້ອມສີດຢາຂ້າເຊື້ອລົດ, ຄັກແນ່ແລ້ວຈີ່ງສາມາດເຂົ້າແຂວງຫົວພັນໄດ້. ກໍລະນີບໍ່ສາມາດປ່ຽນຖ່າຍໂຊເຟີລົດໄດ້ (ສໍາລັບຄົນລາວ) ຕ້ອງປະຕິບັດມາດຕະການດັ່ງນີ້: ໂຊເຟີລົດທີ່ມາຈາກເຂດບ້ານສີຂຽວ ແລະ ສັກຢາວັນຊົນຄົບໂດສ (ຕາມຊະນິດວັກຊິນ) ແມ່ນຕ້ອງໄດ້ກັກ ຕົວ ຢູ່ສູນກັກກັ້ນຂອງຄະນະສະເພາະກິດກຳນົດໄວ້ ເປັນເວລາ 14 ວັນ ໂຊເຟີລົດທີ່ມາຈາກເຂດບ້ານສີແດງ ແລະ ສັກຢາວັນຊົນຄົບໂດສຕາມຊະນິດວັກຊິນແມ່ນຕ້ອງໄດ້ກັກຕົວ ຢູ່ສູນກັກກັນຂອງຄະນະສະເພາະກິດກໍານົດໄວ້ ເປັນເວລາ 21ວັນ. ໂຊເຟີລົດທີ່ມາຈາກເຂດບ້ານແດງ ບໍ່ທັນໄດ້ສັກຢາວັນຊົນ ແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາ ແຂວງຫົວພັນ ຢ່າງເດັດຂາດ.
5. ອະນຸຍາດໃຫ້ພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ສະພາປະຊາຊົນແຂວງ, ກອງບັນຊາການ ທະຫານແຂວງ, ກອງບັນຊາການຕໍາຫຼວດແຂວງ, ອົງການຈັດຕັ້ງມະຫາຊົນ, ເມືອງ 10 ເມືອງບັນດາສາຂາ ທະນາຄານ, ລັດວິສາຫະກິດ, ທົ່ວແຂວງຫົວພັນ ລວມທັງພາກລັດ ແລະ ເອກະຊົນໄປການປົກກະຕິໄດ້ ແຕ່ຕ້ອງ ປະຕິມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ (ຜູ້ທີ່ບໍ່ມີບັດສັກຢາວັກຊິນ ຫ້າມເຂົ້າປະຈຳການ ຍົກ. ເວັ້ນຜູ້ທີ່ມີໃບຢັ້ງຢືນຈາກແພດ ).
6. ອະນຸຍາດໃຫ້ ເປີດການຮຽນ-ການສອນທຸກຊັ້ນຮຽນທົ່ວແຂວງ ແລະ ສາມາດຫຼີ້ນກິລາທຸກປະເພດ ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
7. ອະນຸຍາດໃຫ້ຈັດງານບຸນປະເພນີ ແຕ່ຜູ້ເຂົ້າຮ່ວມງານບໍ່ເກີນ ຈຳນວນ 500 ຄົນ ແຕ່ຕ້ອງໄດ້ຮັບການອະນຸຍາດ ຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນເມືອງສາກ່ອນ (ຫ້ອງການສາທາເມືອງ ).
8. ອະນຸຍາດໃຫ້ຈັດງານລ້ຽງໄດ້ ແຕ່ພາກເອກະຊົນມີຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 100 ຄົນ ( ສໍາລັບງານລ້ຽງຂອງ ພາກລັດຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ) ແຕ່ເຈົ້າຂອງຮ້ານດັ່ງກ່າວຕ້ອງຂໍການອະນຸຍາດຈາກຄະນະ ສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນເມືອງສາກ່ອນ(ຫ້ອງການສາທາເມືອງ) ຫ້າມເປີດເຄື່ອງດົນຕີ ແລະ ຂັບລໍາ-ຮອງເພງຕ່າງໆ ແລະ ຫ້າມບໍລິການເຫຼົ້າເບຍທຸກປະເພດ. ກໍານົດເວລາການຈັດງານລ້ຽງພາກລັດບໍ່ເກີນ 2 ຊົ່ວໂມງ ( ຖ້າແມ່ນຕອນຄໍ່າ 21:00 ) ແລະ ພາກເອກະ ຊົນບໍ່ໃຫ້ເກີນ 3 ຊົ່ວໂມງ ( 22:00 ).
3 ອະນຸຍາດໃຫ້ຈັດກອງປະຊຸມໄດ້ ( ສະເພາະຄົນພາຍໃນແຂວງຫົວພັນ ເທົ່ານັ້ນ ). ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກ ທີ່ບໍ່ໄດ້ສັກຢາວັນຊິນປ້ອງກັນພະຍາດໂຄວິດ-19 ເຂົ້າຮ່ວມງານລ້ຽງ, ງານ ດອງ, ງານເຮືອນດີ ຫຼື ເຂົ້າພົວພັນວຽກຕ່າງໆຢູ່ຕາມຫ້ອງການ, ສຳນັກງານອົງການຕ່າງທົ່ວແຂວງຫົວພັນ ຢ່າງເດັດຂາດ ( ທຸກຄົນຖ້າໄດ້ສັກຢາວັກຊິນແລ້ວແມ່ນໃຫ້ຖືບັດຕິດຕົວຕະລອດເວລາ ເພື່ອສະດວກໃນ ການກວດກາຂອງເຈົ້າໜ້າທີ່ ).
9. ອະນຸຍາດໃຫ້ແຮງງານຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຈາກກົມກົງສູນ ກະຊວງການຕ່າງປະເທດ ແລະ ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນ. ສໍາລັບແຮງງານຕ່າງປະເທດ ຕ້ອງໄດ້ສັກຢາວັກ ຊິນຄົບໂດສ ( ຕາມຊະນິດວັກຊິນ ) ແລະ ຕ້ອງໄດ້ຮັບການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍ ເຄື່ອງ PCR ພາຍໃນ 72 ຊົ່ວໂມງ ຖ້າຫາກຜົນກວດອອກມາເປັນລົບ ແລ້ວຈິ່ງອະນຸຍາດເດີນທາງເຂົ້າ ແຂວງຫົວພັນ. ຕ້ອງໄດ ເຂົ້າສູນກັກກັ່ນແຂວງກຳນົດໄວ້ໃຫ້ຄົບ 21 ວັນ; ພ້ອມທັງກວດວິເຄາະຫາເຊື້ອ ພະຍາດໂຄວິດ-19 ດ້ວຍເຄື່ອງ PCR ອີກຄັ້ງໜຶ່ງ ຖ້າຫາກຜົນກວ ດອອກມາເປັນລົບແລ້ວຈິ່ງອະນຸຍາດ ໃຫ້ເຄື່ອນໄຫວເປັນປົກກະຕິໄດ້.
.
ສໍາລັບພົນລະເມືອງລາວ ແລະ ນັກສຶກສາລາວ ທີ່ຢູ່ຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຈາກກົມກົງສູນ ກະຊວງ ການຕ່າງປະເທດ ແລະ ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນ ຕ້ອງໄດ້ເຂົ້າສຸນກັກກັ້ນທີ່ ແຂວງກໍານົດໄວ້ໃຫ້ຄົບ 21 ວັນ ພ້ອມທັງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ຖ້າ ຫາກຜົນກວດອອກມາເປັນລົບແລ້ວຈິ່ງອະນຸຍາດໃຫ້ເຄື່ອນໄຫວເປັນປົກກະຕິໄດ້.
10.ສືບຕໍ່ປີດຮ້ານບັນເທີງ ແລະ ຮ້ານຄາລະໂອເກະທົ່ວແຂວງ.
• ມາດຕະການໃນການຈັດຕັ້ງປະຕິບັດ: ມອບໃຫ້ເຈົ້າໜ້າທີ່ ປກສ, ຖວທ, ສາທາແຂວງ ແລະ ເມືອງ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນເພີ່ມທະວີຈັດຕັ້ງເວນຍາມ, ລາດຕະເວນກວດກາຕະລອດ 24 ຊົ່ວໂມງ, ຫາກພົບເຫັນບຸກຄົນ, ນິຕິບຸກຄົນ, ຮ່າງຮ້ານຕ່າງໆ ແລະ ອົງການຈັດຕັ້ງທີ່ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຂວງວາງອອກ ຕ້ອງປະຕິບັດຕາມ ລະບຽບການກ່ຽວຂ້ອງຕາມກໍລະນີໜັກ ຫຼື ເບົາ ທີ່ແຂວງກຳນົດໄວ້ຢ່າງເຂັ້ມງວດ,
ແຈ້ງການສະບັບນີ້ ມີຜົນສັກສິດຈັດຕັ້ງປະຕິບັດນັບແຕ່ເວລາ 6 ໂມງ 00 ນາທີ ຂອງວັນທີ 17/11/2021 ຈົນເຖິງ ວັນທີ 30/11/2021.

.

.

.
