ຫຼວງພະບາງ! ອະນຸຍາດ ຄົນຕ່າງແຂວງເດີນທາງເຂົ້າໄດ້ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ບໍ່ຕ້ອງຈໍາກັດບໍລິເວນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຫຼວງພະບາງ! ອະນຸຍາດ ຄົນຕ່າງແຂວງເດີນທາງເຂົ້າໄດ້ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ບໍ່ຕ້ອງຈໍາກັດບໍລິເວນ

ຫ້ອງວ່າການແຂວງຫຼວງພະບາງ ອອກແຈ້ງການສະບັບເລກທີ 960/ຫວຂ.ຫຼບ ລົງວັນທີ 16 ພະຈິກ 2021 ໂດຍໄດ້ລະບຸໃນນັ້ນບາງຂໍ້ວ່າ: ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຫຼວງພະບາງ ຫາ ແຂວງອື່ນໆ

ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ (ຕາມແຈ້ງການສະບັບເລກ ທີ 1494/ຫສນຍ, ລົງວັນທີ 14 ພະຈິກ 2021) ບໍ່ໃຫ້ມີການຈໍາກັດບໍລິເວນ ແລະ ບໍ່ຈຳກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າ ທຸກປະເພດໃນຂອບເຂດທົ່ວປະເທດ

, ແຕ່ໃຫ້ມີການຢັ້ງຢືນການຮັບວັກຊີນຄົບໂດສ ທັງຜູ້ໃຫ້ບໍລິການ ແລະ ຜູ້ໂດຍສານ (ຍົກເວັ້ນ ຜູ້ຖືພາ ແລະ ຜູ້ທີ່ບໍ່ທັນເຖິງອາຍຸກະສຽນສັກວັກຊີນ), ນອກຈາກນັ້ນ, ຜູ້ປະກອບການຂົນສົ່ງ ແລະ ຜູ້ໂດຍສານຕ້ອງປະຕິບັດມາດຕະການ ການປ້ອງກັນການຕິດເຊື້ອ ແລະ ແຜ່ເຊຶ້ອ ຢູ່ຕາມສະຖານີ, ພາຫານະທີ່ນໍາໃຊ້ໃນການຂົນສົ່ງ ແລະ ໃນຊ່ວງໄລຍະການເດີນທາງຢ່າງເຂັ້ມງວດ

Related Posts

Leave a Reply

Your email address will not be published. Required fields are marked *