ຂ່າວດີ ລາວແລະ ອີກ 95 ປະເທດໄດ້ ຈຳໜ່າຍຢາເມັດຕ້ານໂຄວິດໃນລາຄາຖຶກ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຂ່າວດີ ລາວແລະ ອີກ 95 ປະເທດໄດ້ ຈຳໜ່າຍຢາເມັດຕ້ານໂຄວິດໃນລາຄາຖຶກ

ໄຟເຊີ (Pfizer) ອະນຸຍາດໃຫ້ປະເທດຖານະປານກາງ-ທຸກຍາກ 95 ປະເທດ ໃນນັ້ນລວມມີລາວນຳ ຜະລິດ ແລະ ຈຳໜ່າຍຢາເມັດຕ້ານໂຄວິດຂອງບໍລິສັດໄດ້ໃນລາຄາຖືກ

ເມື່ອວັນທີ 16 ພະຈິກ 2021, ໄຟເຊີ (Pfizer) ປະກາດບັນລຸຂໍ້ຕົກລົງກັບ Medicines Patent Pool (MPP) ເຊິ່ງເປັນໜ່ວຍງານດ້ານສິດທິບັດຢາທີ່ໄດ້ຮັບການສະໜັບສະໜຸນຈາກອົງການສະຫະປະຊາຊາດ ເພື່ອເພີ່ມການເຂົ້າເຖິງຢາເມັດຕ້ານໂຄວິດ-19 ຂອງບໍລິສັດ ໃນ 95 ປະເທດທີ່ມີຖານະປານກາງ ແລະ ທຸກຍາກ.

ໃນຂໍ້ຕົກລົງດັ່ງກ່າວ ໄຟເຊີ ຈະໃຫ້ສິດ MPP ໃນການໃຊ້ສິດຍ່ອຍເຮັດສັນຍາກັບຜູ້ຜະລິດຢາສາມັນໃນປະເທດທີ່ໄດ້ຮັບອະນຸຍາດ ໃຫ້ສາມາດຜະລິດຢາເມັດຕ້ານເຊື້ອໂຄວິດຂອງໄຟເຊີ ຫຼື ທີ່ມີຊື່ທາງການຄ້າວ່າ ແພັກຊ໌ໂລວິດ (Paxlovid) ໄດ້.

ທັງນີ້ 95% ທີ່ຢູ່ໃນລາຍຊື່ ຄິດເປັນອັດຕາສ່ວນ 53% ຂອງປະຊາກອນໂລກ.

ສຳລັບປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກອບມີ 6 ປະເທດທີ່ມີລາຍຊື່ເຊັ່ນ: ລາວ, ມຽນມາ, ກຳປູເຈຍ, ອິນໂດເນເຊຍ, ຟິລິບປິນ ແລະ ຫວຽດນາມ. ໃນຂະນະທີ່ ໄທ, ສິງກະໂປ, ມາເລເຊຍ ແລະ ບຣູໄນ ແມ່ນບໍ່ປາກົດໃນລາຍຊື່ດັ່ງກ່າວ.

ໄຟເຊີຈະບໍ່ໄດ້ຮັບຄ່າຕອບແທນຊັບສິນທາງປັນຍາຈາກການຂາຍຢາສາມັນເຫຼົ່ານີ້ ຕາບໃດທີ່ພະຍາດໂຄວິດ-19 ຍັງຄົງໄດ້ຮັບການຈັດໃຫ້ຢູ່ໃນພາວະສຸກເສີນດ້ານສາທາລະນະສຸກໂດຍອົງການອະນາໄມໂລກຢູ່.

ໂດຍ: ທີມບັນນາທິການ muan.la
ອ້າງອີງ:
– Pfizer https://bit.ly/3HrqJ2i
– Reuters https://reut.rs/3chqtof

Related Posts

Leave a Reply

Your email address will not be published. Required fields are marked *