Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໜັກໜ່ວງ! ມີຶ້ດຽວ ພົບຜູ້ຕິດເຊີຶ້ອລາມ ທົ່ວ 18 ແຂວງຂອງລາວ
ໃນວັນທີ 17/11/2921 ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່
ໄດ້ລາຍງານໃຫ້ຊາບວ່າ ມື້ນີ້ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່ ໃນ 18 ແຂວງ ທົ່ວປະເທດ, ໃນນັ້ນ 3 ແຂວງທີ່ມີລາຍງານ ຜູ້ຕິດເຊື້ອໃໝ່ເຖິງ 3 ຕົວເລກ (ຫຼັກຮ້ອຍ) ປະກອບມີ

ນະຄອນຫຼວງວຽງຈັນ, ຖັດລົງມາ ຫຼວງພະບາງ ແລະ ແຂວງວຽງຈັນ. ການຕິດເຊື້ອພາຍໃນ ຍັງສືບຕໍ່ຂະຫຍາຍເປັນວົງກວ້າງ ເຊິ່ງສ່ວນໃຫຍ່ ກໍ່ແມ່ນເກີດຢູ່ຕາມສະຖານທີ່ ທີ່ມີຄວາມແອອັດ ລວມທັງ ຢູ່ໃນງານສັງຄົມ, ສຳນັກງານ-ອົງການ, ຫົວໜ່ວຍທຸລະກິດ ຕະຫຼອດຈົນໄປຮອດ ການຕິດເຊື້ອຢູ່ໃນສະມາຊິກຄອບຄົວ.
ທັງໝົດນີ້ ກໍ່ແມ່ນຍ້ອນ ກຸ່ມຄົນຈຳນວນໜຶ່ງ ບໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ພ້ອມທັງ

ຜູ້ທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເອີ້ນວ່າ C1 ກໍ່ຍັງອອກໄປເຄື່ອນໄຫວກິດຈະກຳຕ່າງໆໃນສັງຄົມ ແລະ ເດີນທາງໄປຫຼາຍສະຖານທີ່ ເຮັດໃຫ້ມີການສົ່ງຕໍ່ເຊື້ອໄປຍັງຄົນອ້ອມຂ້າງ.