Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໄທ ພ້ອມຮັບແຮງງານຈາກລາວໄປກັບເຮັດວຽກຄືນ ໄດ້ແລ້ວ
ໃນວັນທີ 16 ພະຈິກ 2021 ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ທົ່ວປະເທດ ເພື່ອຫາລືກ່ຽວກັບການຮັບມືກັບບັນຫາ ການເຄື່ອນຍ້າຍແຮງງານ ພາຍໃນ ແລະ ໄປຕ່າງປະເທດ ໃນໄລຍະໃໝ່.

ຂະນະທີ່ບັນດາປະເທດໃນອາຊຽນ ຈະເປີດປະເທດຢ່າງເປັນທາງການໃນອີກບໍ່ດົນນີ້ ໂດຍສະເພາະ ຣາຊະອານາຈັກໄທ ໂດຍທີ່ລັດຖະບານໄທເຫັນດີອານຸຍາດໃຫ້ແຮງງານທັງ 3 ສັນຊາດ ເຊິ່ງລວມມີແຮງງານລາວ ສາມາດສືບຕໍ່ເຮັດວຽກຢູ່ປະເທດໄທແບບຖືກຕ້ອງຕາມກົດໝາຍ.
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ (ຮສສ) ສະຫຼຸບເນື້ອໃນດັ່ງນີ້: ປັດຈຸບັນ ມີຫລາຍປະເທດກຳລັງກຽມເປີດປະເທດ, ເປີດການທ່ອງທ່ຽວ, ເປີດການລົງທຶນ, ເປີດການໄປມາຫາສູ່ ຫລື ການຄ້າຂາຍລະຫວ່າງປະເທດ ແລະ ປະເທດໄທ ກໍໄດ້ມີນະໂຍບາຍ ທີ່ຈະ

ເປີດປະເທດຮັບເອົາແຮງງານຕ່າງດ້າວເຂົ້າໄປເຮັດວຽກໄດ້, ຄາດຄະເນວ່າຈະເລີ່ມແຕ່ວັນທີ 1 ທັນວາ 2021 ເປັນຕົ້ນໄປ ແລະ ຈະດຳເນີນການຂຶ້ນທະບຽນແຮງງານຕ່າງດ້າວທີ່ກຳລັງເຮັດວຽກຢູ່ໄທ ໃຫ້ສາມາດເຮັດວຽກຕໍ່ໄດ້ຈົນຮອດປີ 2023
ສິ່ງທີ່ສຳຄັນແມ່ນ ໄທຈະປາບປາມແຮງງານຕ່າງດ້າວທີ່ເຂົ້າໄປໃໝ່ຢ່າງເຂັ້ມງວດກວ່າເກົ່າ. ປະເທດໄທ ເປັນຈຸດໝາຍປາຍທາງຂອງແຮງງານລາວ ທີ່ອອກໄປເຮັດວຽກທີ່ຫລາຍທີ່ສຸດໃນຜ່ານມາ,
ລວມທັງໄປຖືກຕ້ອງຕາມກົດໝາຍ ແລະ ບໍ່ຖືກຕ້ອງຕາມກົດໝາຍ ໂດຍບົດຮຽນທີ່ລັດຖະບານ ໄດ້ຮັບຈາກການໄປເຮັດວຽກຢູ່ໄທ ແບບບໍ່ຖືກຕ້ອງຕາມກົດໝາຍຂອງແຮງງານລາວໃນຜ່ານມາ ສະແດງໃຫ້ເຫັນວ່າ ລັດ ຖະບານ ຕ້ອງໄດ້ແບກຫາບພາລະອັນໜັກໜ່ວງໃນການເບິ່ງແຍງ ແລະ ໃຫ້ການຊ່ວຍ ເຫລືອໃນກໍລະນີເກີດເຫດການສຸກເສີນຕ່າງໆເຊັ່ນ: ພະຍາດໂຄວິດ-19.
ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ເນັ້ນໃຫ້ພະແນກ ຮສສ ທ້ອງຖິ່ນ ຕັ້ງຈຸດການຂຶ້ນຖະບຽນຄວາມຕ້ອງການຂອງແຮງງານເປັນ 3 ເປົ້າໝາຍຄື:
1. ຄວາມຕ້ອງການແຮງງານທີ່ຢາກເຮັດວຽກຢູ່ພາຍໃນປະເທດຕຳແໜ່ງງານໃດ,
2. ເປົ້າໝາຍແຮງງານທີ່ຕ້ອງການໄປເຮັດວຽກຢູ່ຕ່າງປະເທດຄືນ,
3. ເປົ້າໝາຍຍາກຝືກວິຊາຊີບ, ຝຶກວີຊາໃດ ຢ່າງຮີບຮ້ອນ ແລະ ເລັ່ງດວ່ນທີ່ສຸດ.
ຂໍ້ມູນ ຈາກ ປະເທດລາວ