Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສະເໜີໃຫ້ທ້ອງຖິ່ນຕັ້ງຈຸດຂຶ້ນທະບຽນ ຄວາມຕ້ອງການແຮງງານ ແລະຊ່ວຍຜູ້ວ່າງງານ
ໂອກາດ ກອງປະຊຸມທາງໄກຂອງຂະແໜງແຮງງານໃນທົ່ວປະເທດ ທີ່ຈັດຂຶ້ນໃນວັນທີ 16 ພະຈິກ 2021 ນີ້ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ໄດ້ມີທິດຊີ້ນຳໃຫ້ ພະແນກການທ້ອງຖິ່ນ ຕັ້ງຈຸດການຂື້ນທະບຽນຄວາມຕ້ອງການຂອງແຮງງານເປັນ 3 ເປົ້າໝາຍ ຄວາມຕ້ອງການແຮງງານທີ່ຢາກເຮັດວຽກຢູ່ພາຍໃນປະເທດຕຳແໜ່ງງານໃດ,
ເປົ້າໝາຍແຮງງານທີ່ຕ້ອງການກັບຄືນໄປເຮັດວຽກຢູ່ຕ່າງປະເທດ ແລະ ເປົ້າໝາຍຢາກຝືກວິຊາຊີບ , ຝຶກວີຊາໃດ ຢ່າງຮີບຮ້ອນ ແລະ ເລັ່ງດ່ວນທີ່ສຸດ.

ຂະນະທີ່, ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ລາຍງານໃຫ້ຮູ້ວ່າ: ແຕ່ເດືອນມີນາ 2020-ຕຸລາ 2021 ມີແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດທັງໝົດ 224.118 ຄົນ, ໃນນັ້ນ ກັບຄືນແລ້ວ 215.671 ຄົນ,
ກັບໃນປີ 2020 ຈໍານວນ 156.167 ຄົນ ແລະ ກັບໃນປີນີ້ 59.504 ຄົນ, ໄປຖືກຕ້ອງຕາມ MOU ມີ 84.267 ຄົນ, ກັບຄືນປະເທດແລ້ວ 77.255 ຄົນ, ສ່ວນທີ່ເຫຼືອແມ່ນໄປບໍ່ຖືກ 139.851 ຄົນ

[“]
ສ່ວນອັດຕາການວ່າງງານມາຮອດ ເດືອນກັນຍາ 2021 ແມ່ນ 21,8%, ຄວາມຕ້ອງການແຮງງານໄດ້ 25.254 ຕໍາແໜ່ງ ແລະ ບັນຈຸເຂົ້າເຮັດວຽກໄດ້ແລ້ວ 18.628 ຄົນ.
ໃນປະຈຸບັນ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກໍ່ຄືພາກລັດຍັງມີແຜນຈະໃຫ້ການຊ່ວຍເຫຼືອຜູ້ວ່າງງານທີ່ຕ້ອງການເຮັດວຽກພາຍໃນປະເທດສາມາດເຂົ້າໄປໃຫ້ຂໍ້ມູນໄວ້ທີ່ພະແນກແຮງງານ ແລະສະຫວັດດີການແຂວງໃນວັນເວລາລັດຖະການ ຫຼື ໂທ 1535.