Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ກັກຕົວຜູ້ຖືກຫາ 2 ຄົນ ກໍາລັງຈະຂ້າມແມ່ນໍ້າຂອງ ໄປປະເທດໄທ

ປກສ ກຸ່ມທາດຂາວ ສົມທົບກັບທະຫານຊາຍແດນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກັກຕົວຜູ້ຖືກຫາ 2 ຄົນ ທີ່ກໍາລັງຈະລັກລອບຂ້າມຊາຍແດນແມ່ນໍ້າຂອງ ຢູ່ຈຸດທ່າເຮືອ ໜ້າໂຮງແຮມແລນມາກ ບ້ານທາດຂາວ ເມືອງສີສັດຕະນາກ ໃນວັນທີ 16 ພະຈິກ 2021.

ປກສ ກຸ່ມທາດຂາວ ໃຫ້ຮູ້ວ່າ: ໃນເວລາ 19:00 ໂມງ ວັນທີ 16 ພະຈິກ 2021 ໄດ້ຮັບແຈ້ງວ່າ: ມີຄົນກໍາລັງຈະລັກລອບຂ້າມແມ່ນໍ້າຂອງໄປຍັງປະເທດໄທ, ປກສ ກຸ່ມທາດຂາວ ໄດ້ສົມທົບກັບທະຫານຊາຍແດນ ອອກຕິດຕາມພົບເຫັນເປົ້າໝາຍ 2 ຄົນ
ຢູ່ຈຸດທ່າເຮືອໜ້າໂຮງແຮມແລນມາກ ບ້ານທາດຂາວ ເມືອງສີສັດຕະນາກ ຈຶ່ງເຂົ້າກັກຕົວຊາບຊື່ພາຍຫຼັງ ຊື່ທ້າວ ຕ້ອມອາຊາ ອາຍຸ 29 ປີ ກໍາມະກອນ ຢູ່ບ້ານໜອງຂອນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະ ທ້າວ ລາສຸພາເທບ ອາຍຸ 28 ປີ ກໍາມະກອນ ສັນຊາດໄທ ທີ່ກໍາລັງຈະເດີນທາງໄປ ຈັງຫວັດໜອງຄາຍ ( ປະເທດໄທ ).

ປັດຈຸບັນ ປກສ ກຸ່ມທາດຂາວ ໄດ້ສົ່ງໃຫ້ ປກສ ເມືອງສີສັດຕະນາກ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.
ຂໍ້ມູນ: ປກສ ນະຄອນຫຼວງວຽງຈັນ