Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເບື້ອງຕົ້ນ ລົດໄຟລາວ-ຈີນ ຈະໃຫ້ບໍລິການສະເພາະພາຍໃນປະເທດ ສ່ວນການທ່ອງທ່ຽວສາກົນ ລໍຖ້າໂຄວິດຜ່ອນຄາຍລົງກ່ອນ
News | ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ລາຍງານວ່າ: ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຮ່ວມກອງປະຊຸມກະກຽມພິທີເປີດນຳໃຊ້ທາງລົດໄຟລາວ-ຈີນ ໃນວັນທີ 18 ພະຈິກ 2021 ທີ່ຜ່ານມາ.
ໂດຍກອງປະຊຸມໄດ້ເປີດເຜີຍວ່າ: ເບື້ອງຕົ້ນຈະໃຫ້ບໍລິການສະເພາະຜູ້ໂດຍສານພາຍໃນປະເທດຈາກນະຄອນຫລວງວຽງຈັນ ຫາ ແຂວງຫລວງນໍ້າທາ ມື້ລະ 2 ຖ້ຽວ, ແຕ່ປັດຈຸບັນ ຍັງບໍ່ທັນໄດ້ກໍານົດມື້ເລີ່ມໃຫ້ບໍລິການ, ຕາຕະລາງເວລາເດີນທາງ ແລະ ຄ່າໂດຍສານພາຍໃນເທື່ອ, ສ່ວນການຂົນສົ່ງສິນຄ້າລະຫວ່າງລາວ-ຈີນ
ຈະເລີ່ມບໍລິການນັບແຕ່ມຶ້ເປີດນໍາໃຊ້ລົດໄຟລາວ-ຈີນ ເປັນຕົ້ນໄປ ໂດຍຈະໃຫ້ບໍລິ ການມື້ລະ 2 ຖ້ຽວ, ຖ້ຽວລະ 2.000-3.000 ໂຕນ. ສໍາລັບການບໍລິການນັກທ່ອງທ່ຽວສາກົນ ຈະບໍ່ທັນໃຫ້ບໍລິການເທື່ອຍ້ອນການລະບາດຂອງພະຍາດໂຄວິດ-19

ຂໍ້ມູນ: Lao National Radio