Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລະວັງ ໄຂ້ຫວັດສັດປີກລະບາດ ອາດຊ້ຳເຕີມໂຄວິດ
ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຖານະການ ການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກກຳລັງແຜ່ລາມໄປທົ່ວທັງອາຊີ ແລະ ເອີຣົບ
ເຊິ່ງອາດຈະເປັນການຊ້ຳເຕີມເຮັດໃຫ້ໂລກມະນຸດ ເຊິ່ງກຳລັງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງຢູ່ແລ້ວ ຊ້ຳພັດຍັງກຳລັງຈະປະເຊີນກັບການແຜ່ລະບາດຂອງໄຂ້ຫວັດສັດປີກຕື່ມອີກ.
ຫຼ້າສຸດ ເມື່ອວັນທີ 16 ພະຈິກຜ່ານມາ ອົງການໂຣກລະບາດສັດໂລກ (OIE) ໄດ້ຮັບລາຍງານວ່າ ຂະນະນີ້ ພະຍາດໄຂ້ຫວັດສັດປີກ ກຳລັງແຜ່ລາມໄປທົ່ວທະວີບອາຊີ ແລະ ເອີຣົບ.

ລາຍງານລະບຸວ່າ: ໄຂ້ຫວັດສັດປີກໄດ້ລະບາດໃນຟາມແຫ່ງໜຶ່ງໃນແຂວງຊຸງຊ໊ອງເໜືອ ຂອງສາທາລະນະລັດເກົາຫຼີ ເຮັດໃຫ້ທາງການຕ້ອງກຳຈັດສັດປີກຫຼາຍກວ່າ 77 ພັນໂຕ, ຂະນະທີ່ໃນຍີ່ປຸ່ນພົບການລະບາດຂອງສາຍພັນ H5N8 ເຊິ່ງພົບການລະບາດເປັນຮອບທີ 3 ຂອງປີນີ້, ນອກຈາກນີ້ ຍັງພົບການລະບາດໃນຈີນ ເຊິ່ງທາງການຈີນໄດ້ຕິດຕາມຢ່າງໃກ້ຊິດ.[“]
ນອກຈາກນີ້ ໃນອິນເດຍ, ຫວຽດນາມ, ກຳປູເຈຍ ກໍໄດ້ກວດພົບໄຂ້ຫວັດສັດປີກສາຍພັນ H5N1, H5N6 ແລະ H5N8 ແລ້ວ, ສ່ວນຢູ່ທະວີບເອີຣົບກໍມີຫຼາຍປະເທດທີ່ພົບການລະບາດຂອງພະຍາດໄຂ້ຫວັດສັດປີກ.