Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
RIP ຄົນເຈັບເສຍຊີວີດ 7 ຄົນ ຢູ່ ສປປ ລາວ 🇱🇦 ທີ່ຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ ລາຍງານໃນວັນທີ 20/11/2021 ລາຍລະອຽດ ດັ່ງນີ້:
⭕️ ຜູ້ທີ 1: ເພດຍິງ, ອາຍຸ 41 ປີ, ບ້ານສ້າງເຫວີຍ, ເມືອງສີສັດຕະນາກ, ນະຄອນຫລວງ
-ສັກວັກຊີນໂຄວິດ-19 ຄົບ
-ວັນທີ 11 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການ
ອິດເມື່ອຍ, ສະຕີບໍ່ດີ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
-ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 6-18 ພະຈິກ 2021, ເປັນເວລາ 13 ມື້
-ມາຮອດເວລາ 15:20 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
⭕️ ຜູ້ທີ 2: ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ
-ວັນທີ 04 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ຄໍແຂງ ແລະ ສະຕີບໍ່ດີ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
-ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 4-18 ພະຈິກ 2021, ເປັນເວລາ 15 ມື້
-ມາຮອດເວລາ 1:00 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
⭕️ ຜູ້ທີ 3: ເພດຍິງ, ອາຍຸ 55 ປີ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນຫລວງ
-ວັນທີ 12 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການ
ໄຂ້, ໄອ, ຫາຍໃຈຝຶດ ແລະ ອິດເມື່ອຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
-ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-17 ພະຈິກ 2021, ເປັນເວລາ 06 ມື້
-ມາຮອດເວລາ 21:00 ນາທີ ຂອງວັນທີ 17 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
⭕️ ຜູ້ທີ 4: ເພດຍິງ, ອາຍຸ 58 ປີ, ບ້ານປ່າຝາງ, ນະຄອນຫລວງ
- ພະຍາດປະຈໍາຕົວ: ເບົາຫວານ, ໝາກໄຂ່ຫຼັງຊຸດໂຊມ ແລະ ພະຍາດອັກເສບຕັບບີ
- ບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
- ວັນທີ 16 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄອ,ຫາຍໃຈຝຶດ, ຂາບວມທັງສອງຂ້າງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
- ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 16-19 ພະຈິກ 2021, ເປັນເວລາ04 ມື້
- ມາຮອດເວລາ 19:00 ນາທີ ຂອງວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
⭕️ ຜູ້ທີ 5: ເພດຊາຍ, ອາຍຸ 22 ປີ, ອາຊີບ: ປະຊາຊົນ, ບ້ານໂພນງາມ (ຄຸ້ມໂພນຂາມ), ເມືອງທຸລະຄົມ, ແຂວງວຽງຈັນ
-ບໍ່ມີພະຍາດປະຈໍາໂຕ.
-ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
-ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງໄດ້ 2 ເດືອນ ໃນໄລຍະດັ່ງກ່າວ ປົກກະຕິແຂງແຮງດີ
- ວັນທີ 19 ພະຈິກ 2021: ມີອາການອິດເມື່ອຍ, ອ່ອນເພຍ, ຫັນໃຈຝືດ, ແໜ້ນໜ້າເອິກ ຈຶ່ງຖືກນໍາສົ່ງມາໂຮງໝໍ ໃນໄລຍະເດີນທາງ ຜູ້ກ່ຽວໄດ້ເສຍຊີວິດ ກ່ອນມາຮອດໂຮງໝໍ. ເມື່ອມາຮອດໂຮງໝໍ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
⭕️ ຜູ້ທີ 6: ເພດຊາຍ, ອາຍຸ 62 ປີ, ອາຊີບ ພະນັກງານ, ບ້ານຫນອງບຶກ, ເມືອງສີໂຄດຕະບອງ, ນະຄອນຫລວງ.
-ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
-ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
-ວັນທີ 13 ພະຈິກ 2021: ເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ຢູ່ໂຮງໝໍມິດຕະພາບ
-ວັນທີ 14 ພະຈິກ 2021: ຜົນກວດພົບເຊື້ອ ແຕ່ຍັງບໍ່ທັນໄປໂຮງໝໍ ແລະຜູ້ກ່ຽວຢູ່ບ້ານ
-ວັນທີ 17 ພະຈິກ 2021: ມາໂຮງໝໍມິດຕະພາບ ດ້ວຍອາການ ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້
-ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 17-19 ພະຈິກ 2021, ເປັນ ເວລາ 03 ວັນ
-ຮອດເວລາ 23:15 ຂອງວັນທີ19 ພະຈິກ 2021: ຄົນເຈັບໄດ້ ເສຍຊີວິດ
⭕️ ຜູ້ທີ 7: ເພດຊາຍ, ອາຍຸ 74 ປີ, ບ້ານໜອງແຕງ, ເມືອງສີໂຄດຕະບອງ, ນະຄອນຫລວງ
-ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດ ແລະ ອັກເສບຕັບຊີ
-ສັກວັກຊີນກັນໂຄວິດ-19 ຄົບ
-ວັນທີ 10 ພະຈິກ 2021: ຜູ້ກ່ຽວ ໄດ້ມາກວດ ຢູ່ໂຮງໝໍ 103 ຍ້ອນມີອາການໄຂ້, ໄອ ແລະ ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
-ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 10-19 ພະຈິກ 2021, ເປັນເວລາ 10 ວັນ
-ມາຮອດເວລາ 22:00ໂມງຂອງວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ