ຍົ ກ ເລິ ກ ແລ້ວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ວັນທີ​ 15​ ພະຈິກ​ 2021​ ຜ່ານມາ​ ຫ້ອງການສຶກສາເມືອງແບງ ແຂວງ​ອຸດົມໄຊ​ ອອກແຈ້ງການລະດົມທຶນນຳພະນັກງານ-ລັດຖະກອນຄູ​ ນັບຕັ້ງແຕ່​ 20.000-100.000ກີບ ຕາມລຳດັບຂັ້ນ ເຊິ່ງເງິນດັ່ງກ່າວຈະຖືກຕັດເງິນເດືອນ 11​ ນີ້.

ພາຍຫລັງແຈ້ງການໄດ້ຖືກສົ່ງໄປໂຮງຮຽນແຕ່ລະແຫ່ງ ເຮັດໃຫ້ພະນັກງານຄູຫລາຍຄົນສົງໄສ​ ວ່າເປັນການສົມຄວນບໍ່ ແລະ​ ຖືກນຳໄປເຜີຍແຜ່ລົງໃນສື່ໂຊຊຽວ ພ້ອມຄຳວິພາກວິຈານໄປຕ່າງໆນານາ.

ຫລ້າສຸດວັນທີ 20​ ພະຈິກ​ 2021​ ນີ້​ ເຈົ້າເມືອງ​ດັ່ງກ່າວຈຶ່ງອອກຂໍ້ຕົກລົງສະບັບເລກທີ 540/ຈມ.ມບ ລົບລ້າງແຈ້ງການລະດົມທຶນຂອງພະນັກງານລັດຖະກອນ,​ ທະຫານຕຳຫລວດ ພາຍໃນເມືອງ​ ເນື້ອໃນລະບຸດັ່ງນີ້:

1.​ເຫັນດີແຈ້ງການລົບລ້າງແຈ້ງການລະດົມ​ທຶນ​ພະນັກງານ-ລັດຖະກອນ,​ ທະຫານ-ຕຳຫລວດພາຍໃນເມືອງແບງ ຂອງຄະນະສະເພາະກິດທີ່ໄດ້ກຳນົດເປັນຈຳນວນເງິນ ສະບັບເລກທີ​ 21/ສພກ.ມບ​ ລົງວັນທີ​ 10/11/2021 ທີ່ຈະນຳໃຊ້ເຂົ້າໃນວຽກງານຕ້ານ,​ ສະກັດກັ້ນ​ ແລະ​ ແກ້ໄຂການລະບາດ​ຂອງພະຍາດໂຄວິດ-19​ ຢູ່ພາຍໃນເມືອງແບງ,​ ສ່ວນແຈ້ງການປຸກລະດົມຂອງຂະແໜງການອ້ອມຂ້າມເມືອງ ທີ່ກ່ຽວພັນກັບແຈ້ງການ ລະດົມທຶນສະບັບນີ້​ ລ້ວນແຕ່ຖືກລົບລ້າງ.

2.ມອບໃຫ້ຫ້ອງວ່າການເມືອງ​ ສົມທົບກັບຫ້ອງການຖະແຫລງຂ່າວ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ລົງແກ້ຂ່າວລົງທາງສື່ສັງຄົມອອນລາຍ​ໃຫ້ສັງຄົມໄດ້ຮັບຮູ້​ ແລະ​ ເຂົ້າໃຈຢ່າງທົ່ວເຖິງ.

3.ຂໍ້ຕົກລົງ​ສະບັບນີ້​ ມີຜົນສັກສິດນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.​

ສ່ວນຫ້ອງການຖະແຫລງຂ່າວເມືອງແບງກໍໄດ້ໂພສແກ້ຂ່າວລົງໃນເພຈຂ່າວເມືອງແບງ​ ແຂວງ​ອຸດົມໄຊ​ວ່າ​ ແຈ້ງການຂອງຫ້ອງວ່າການສຶກສາເມືອງ ແມ່ນຍັງເປັນແຜນທີ່ບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ​ ໄດ້ເຮັດໃຫ້ສັງຄົມເຂົ້າໃຈຜິດ ມີການວິພາກວິຈານຕ່າງໆນາໆໄປໃນທາງລົບ

ກ່ຽວກັບການປະກອບທືນເພື່ອນຳໃຊ້ເຂົ້າໃນວຽກງານການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແມ່ນໜ້າທີ່ຂອງໝົດທຸກຄົນຕ້ອງມີພັນທະຕໍ່ພັກ-ລັດ ຕາມລະບຽບກົດໝາຍ ສະນັ້ນທ່ານເຈົ້າເມືອງຈິ່ງໄດ້ອອກແຈ້ງການລົບລ້າງການລະດົມທືນສະບັບເລກທີ 540/ຈມ.ມບ ລົງວັນທີ 20 ພະຈິກ 2021 ທີ່ທາງຄະນະສະເພາະກິດ ແລະ ຂອງຂະແໜງການທີ່ກ່ຽວຂ້ອງໄດ້ຜັນຂະຫຍາຍໄປແລ້ວນັ້ນແມ່ນຖືກລົບລ້າງ.

ດັ່ງນັ້ນ,​ ຈຶ່ງແຈ້ງໃຫ້ຜູ້ທີ່ນ້ຳໃຊ້ສື່ອອນລາຍຕ່າງໆ ໃຫ້ຢຸດແຊ,ຄອມເມັ້ນ ແລະ ສົ່ງຕໍ່ ຖ້າຫາກຜູ້ໃດຍັງລະເມີດແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ.

ຂໍ້ຕົກລົງ>>>
http://www.laophattananews.com/archives/118263

Related Posts

Leave a Reply

Your email address will not be published. Required fields are marked *