Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຝາກເຕືອນ‼️ສໍາລັບຜູ້ຍິງ ໃຜທີ່ມັກເຈັບປະຈໍາເດືອນ ຫລືປະຈໍາເດືອນມາບໍ່ປົກກະຕິ
ກ່ອນຈະຮູ້ວ່າເປັນຖົງນ້ໍາ ມື້ນັ້ນຂ້ອຍເຈັບທ້ອງ ປຈດ ເຈັບແຮງເຈັບຈົນໃຈຊິຂາດ ບໍ່ໄຫວແຮງເລີຍໃຫ້ເອື້ອຍພາໄປກວດ ກະເລີຍຮູ້ວ່າເປັນຖົງນ້ໍາຢູ່ປີກມົດລູກ ມັນສ່ໍາຫນ່ວຍຫມາກກ້ຽງນ້ອຍ🍊

ແລ້ວເຂົາກະສັກຢາແກ້ເຈັບໃຫ້ ຫລັງຈາກສັກຢາແລ້ວມັນກະເຊົາເຈັບ ເລີຍມານອນຢູ່ເຮືອນປົກກະຕິ ກາງຄືນມາປະມານ3ໂມງໃກ້ຊິເເຈ້ງມັນກະເຈັບມາອີກເລີຍຕັດສີນໃຈໄປນອນໂຮງຫມໍ ເຂົາຢາກໃຫ້ປາດອອກ ແຕ່ຂ້ອຍບໍ່ປາດ ຄິດວ່າມາກິນຢາລະມັນຊິເຊົາ

ຈາກນັ້ນມາກະປ່ອຍປະລະເລີຍ ບໍ່ໄດ້ຂະລໍາຫຍັງ ຢາກະບໍ່ໄດ້ກິນ ຫລັງຈາກນັ້ນໄດ້🙂ປະມານ6-7ເດືອນມັນກະເລີ່ມໃຫຍ່ຂື້ນທຸກມື້ ສ່ໍາຫນ່ວຍຫມາກພ້າວນ້ອຍ ບາງຄົນກະຄິດວ່າຂ້ອຍຖືພາ ແນວທ້ອງມັນໃຫຍ່😅 ມາຮອດມື້ທີ່ຂ້ອຍເຈັບແຮງເຈັບທໍລະມານ
ເຈັບຈົນຕີງໂຕບໍ່ໄດ້ເຈັບຈົນໃຈຊິຂາດ ເລີຍຕັດສີນໃຈໄປປາດອອກ ໃຫ້ມັນເຈັບເທື່ອດຽວ ດີກວ່າມາເຈັບຕະຫລອດເວລາ 😰ປາດອອກມາແລ້ວ ຕອນຢູ່ໃນທ້ອງກະຄືວ່າໃຫຍ່ແຮງແລ້ວ ອອກມາແຮງໃຫຍ່ຈົນຢ້ານ😰 ຕອນນີ້ສະບາຍໃຈແລ້ວ ພະຍາດອອກຈາກໂຕ
ຝາກເຕືອນສໍາລັບຜູ້ຍິງເດີ😥 ບາງຄົນ15-16ປີໄດ້ຍົກມົດລູກກະມີ
‼️ມາບອກຊື່ຊື່ເດີ🥺ໃຫ້ທຸກຄົນມີສະຕິ☺️
ທີ່ມາ
