Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສປປ ລາວ ຈະເລີ່ມຜະລິດຢາເມັດ “ໂມນນູພິຣາເວຍ ” ປິ່ນປົວໂຄວິດ-19 ໃນເດືອນທັນວານີ້
ອີງຕາມການລາຍງານຂອງ ໜັງສືພິມ Vientiane Times ວ່າ: ກະຊວງສາທາລະນະສຸກ ອະນຸມັດໃຫ້ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ ເຊິ່ງເປັນຢາເມັດ ເພື່ອໃຊ້ປິ່ນປົວພະຍາດໂຄວິດ-19.
ທ່ານ ພູໂຂງ ໂຈມມາລາ ຮອງຜູ້ນຳນວຍການລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໃຫ້ສຳພາດກັບ Vientiane Times ເມື່ອວັນທີ່ 18 ພະຈິກ 2021 ຜ່ານມາວ່າ: ໂຮງງານຈະເລີ່ມຜະລິດຢາໃນເດືອນທັນວາ 2021 ນີ້ ຕາມຄຳແນະນຳຂອງ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.
ທ່ານ ພູໂຄງ ໂຈມມາລາ ກ່າວວ່າ: ພວກເຮົາຄາດຫວັງວ່າຈະສາມາດສະໜອງຢານີ້ໃນເບື້ອງຕົ້ນ ໃຫ້ກັບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,000 ຄົນ ພາຍໃຕ້ໂຄງການເລີ່ມຕົ້ນຜະລິດ ເຊິ່ງໂຄງການດັ່ງກ່າວຈະໄດ້ຮັບການກວດສອບໂດຍອົງການອະນາໄມໂລກ.
ການໃຊ້ຢາໃໝ່ໃນການປິ່ນປົ່ວພະຍາດໂຄວິດ-19 ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການເລີ່ມຕົ້ນຜະລິດຢານີ້ ໄດ້ກຳນົດເອົາຜູ້ຕິດເຊື້ອທີ່ມີອາຍຸລະຫວ່າງ 18-65 ປີ ເປັນກຸ່ມເປົ້າໝາຍ ເປັນຜູ້ທີ່ມີອາການເບົາບາງ ຫາ ປານກາງ ແລະ ຢູ່ໃນໄລຍະເລີ່ມຕົ້ນຂອງການຕິດເຊື້ອ, ຜູ້ທີ່ຈະກິນຢານີ້ໃນການປິ່ນປົວ ຕ້ອງບໍ່ມີອາການປອດບວມ ຫຼື ຂາດອົກຊີແຊນ ໂດຍຈະໄດ້ກິນຢາເປັນເວລາ 5 ວັນ.
ຢາໂມນນູພິຣາເວຍ (Molnupiravir) ເປັນຢາເມັດຊະນິດກິນ ອອກລິດຕ້ານໄວຣັສ ພັດທະນາຂຶ້ນເພື່ອໃຊ້ປິ່ນປົວໄຂ້ຫວັດໃຫຍ່ ໂດຍເກີດຈາກການຮ່ວມມືໃນການພັດທະນາຂອງບໍລິວັດ Ridgebback Biothera peuthisc ປະເທດ ສ.ອາເມຣິກາ ແລະ ບໍລິສັດ Merck ປະເທດເຢຍລະມັນ ມີລິດຕໍ່ຕ້ານໄວຣັສໂຄໂຣນາຫຼາຍຊະນິດເຊັ່ນ: SARS, MERS ແລະ ໂຄວິດ-19.
ເຊິ່ງເມື່ອວັນທີ 28 ຕຸລາ 2021 ທີ່ຜ່ານມາ ບໍລິສັດ Merck ໄດ້ລົງນາມຕົກລົງດ້ານສິດທິບັດ ກັບ ອົງການບໍລິຫານສິດທິບັດຢາຮ່ວມ ທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເປີດທາງໃຫ້ປະເທດລາຍໄດ້ຕ່ຳເຂົ້າເຖິງສູດ ແລະ ສາມາດຜະລິດຢາໂມນນູພິຣາເວຍເອງ ເພື່ອຊ່ວຍຫຼຸດຜ່ອນຄວາມແຕກໂຕນໃນການເຂົ້າເຖິງຢາປິ່ນປົວພະຍາດໂຄວິດ-19.
ຂໍ້ຕົກລົງດັ່ງກ່າວຄວບຄຸມປະເທດທີ່ມີລາຍໄດ້ປານກາງ ແລະ ລາຍໄດ້ຕ່ຳ 105 ປະເທດໃນອາຟຣິກາ ແລະ ອາຊີ ເຊິ່ງປະເທດໃນອາຊຽນໃນລາຍຊື່ປະກອບມີ: ສປປ ລາວ, ມຽນມາ, ກຳປູເຈຍ, ຫວຽດນາມ, ຟິລິບປິນ ແລະ ອິນໂດເນເຊຍ.
ອົງການບໍລິຫານສິດທິບັດຢາຮ່ວມ ຈະໃຫ້ສູດການຜະລິດຢາໂມນນູພິຣາເວຍ ແກ່ບໍລິສັດຜູ້ຜະລິດທີ່ມີຄຸນສົມບັດເໝາະສົມ ໂດຍ Merck ຈະບໍ່ເກັບຄ່າຕອບແທນ ຕາບໃດທີ່ໂຄວິດ-19 ຍັງເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ.
