Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:ເພດຍິງ, ອາຍຸ 58 ປີ, ອາຊີບ: ແມ່ເຮືອນ, ບ້ານສີສະຫວາດ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ
ວັນທີ່ 20 ພະຈິກ 2021: ໂຮງໝໍມິດຕະພາບໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍແຂວງບໍລິຄໍາໄຊ
ມື້ດຽວກັນນັ້ນ, ຄົນເຈັບມາຮອດພະແນກສຸກເສີນ ຂອງໂຮງໝໍມິດຕະພາບ ດ້ວຍອາການກະວົນກະວາຍ, ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້ ບໍ່ມີນ້ຳຍ່ຽວໄດ້ 03 ມື້້ (ລວມປະຈຸບັນ 05 ມື້) ມີອາການບວມໃບໜ້າ ທັງແຂນ ແລະ ຂາ ມີເລືອດສີແດງສົດຊືມຢູ່ເຂດຜ່າຕັດ (ໜ້າທ້ອງ)
ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gen expert ກວດພົບເຊື້ອ
ບໍ່ເຄີຍກວດພະຍາດ, ແຕ່ວ່າວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ຜ່າຕັດໜີ້ວຖົງບີ ທີ່ໂຮງໝໍແຂວງບໍລິຄໍາໄຊ ແລະ ມີເລືອດຊືມທາງບາດແຜບໍ່ຢຸດ ຍ້ອນຂາດປັດໃຈການກ້າມຂອງເລືອດ (ຕາມການບອກເລົ່າຂອງລູກສາວເປັນພະນັກງານແພດ) ໄດ້ໃສ່ເລືອດຫຼາຍຖົງຈາກໂຮງໝໍແຂວງ
ສັກຢາວັກຊີນ J&J ຄົບ
ໄລຍະນອນປິ່ນປົວຢູ່ໂຮງໝໍມິດຕະພາຍ ແຕ່ວັນທີ 20-21 ພະຈິກ 2021, ເປັນເວລາ 02 ມື້ ຄົນເຈັບກໍ່ໄດ້ຮັບການເອົາໃຈໃສ່ຈາກແພດໝໍເພື່ອເຊີດຊູ
ມາຮອດເວລາ 22:15 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ມະຕິພະຍາດ: Critical covid19 (Severe pneumonia, Sepsis, AKI, ARDS)
