Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລົດຂົນເງີນໃນລັດແຄລິຟໍເນຍ ເຮັດເງີນເຮ່ຍ ປິວກະຈັດກະຈາຍ ຄົນແຫ່ເກັບຈົນບໍ່ໝົດ
ລົດຂົນເງີນໃນລັດແຄລິຟໍເນຍ ເຮັດເງີນເຮ່ຍ ປິວກະຈັດກະຈາຍ ຄົນແຫ່ເກັບຈົນບໍ່ໝົດBBC ລາຍງານໃນຕອນເຊົ້າຂອງວັນສຸກທີ 19 ພະຈິກ 2021
ລົດຂົນເງີນເຮັດພັນທະບັດຕົກເຮ່ຍປິວກະຈັດກະຈາຍເປັນຈຳນວນຫຼາຍ ໃນຖະໜົນຫຼວງສາຍລະຫວ່າງລັດໝາຍເລກ 5 ໃນຊັນດິເອໂກ ເຄົາຕີ ລັດແຄລິຟໍເນຍ ປະເທດສະຫະລັດອາເມລິກາ ເຊີ່ງເຮັດໃຫ້ຜູ້ຄົນທີ່ກຳລັງຂັບຂີ່ ພາກັນຈອດລົດຍາດກັນເກັບເງີນທີ່ເຮ່ຍຕາມຫົນທາງເປັນຈຳນວນຫຼາຍ
ລາຍງານລະບຸວ່າປະຕູບານໜື່ງຂອງລົດຂົນເງີນເກີດເປີດອອກໃນຂະນະທີ່ກຳລັງແລ່ນຢູ່ເທິງທ້ອງຖະໜົນ ສົ່ງຜົນໃຫ້ຖົງບັນຈຸເງີນຕົກລົງຈາກລົດ ແລະ ເຮັດໃຫ້ພັນທະບັດປິວໄປທົ່ວ
ແຕ່ແນວໃດກໍ່ຕາມເຈົ້າໜ້າທີ່ສາມາດຈັບກຸມຄົນທີ່ເກັບເງີນໄປໄດ້ 2 ຄົນ ແລະ ແຈ້ງໃຫ້ຄົນທີ່ເກັບເງີນໄດ້ທີ່ບໍ່ແມ່ນຂອງໂຕເອງໃຫ້ນຳມາຄືນ ເພາະມີຄວາມຜິດທາງກົດໝາຍ ແລະ ກຳລັງຮ່ວມມືກັບທີມ FBI ຕິດຕາມເງີນທັງໝົດກັບມາ