ເຂົ້າໃຈຜິດທີ່ສຸດ!ຕິດເຊື້ອບໍ່ສະແດງອາການແລ້ວຄິດວ່າໂ ຄ ວ ິ ດບໍ່ເປັນຕາຢ້ານ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເຂົ້າໃຈຜິດທີ່ສຸດ!ຕິດເຊື້ອບໍ່ສະແດງອາການແລ້ວຄິດວ່າໂ ຄ ວ ິ ດບໍ່ເປັນຕາຢ້ານ

ເຂົ້າໃຈຜິດທີ່ສຸດ!ຕິດເຊື້ອບໍ່ສະແດງອາການແລ້ວຄິດວ່າໂຄວິດບໍ່ເປັນຕາຢ້ານ

ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມພະຍາດຕິດຕໍ່ ກ່າວໃນວັນທີ 20 ພະຈິກ 2021 ນີ້ວ່າ: ຜູ້ຕິດເຊື້ອທີ່ບໍ່ມີອາການຫຍັງ ກໍ່ເປັນບຸກຄົນອັນຕະລາຍເຊັ່ນກັນ ເພາະສາມາດແຜ່ເຊື້ອທັນທີໃນອາທິດທໍາອິດ ເໝືອນກັນກັບຜູ້ຕິດເຊື້ອທີສະແດງອາການ.

ສະນັ້ນ ຜູ້ຕິດເຊື້ອທີ່ບໍ່ມີອາການ ທີ່ປິ່ນປົວປົວຕົນເອງຢູ່ເຮືອນ ຢ່າໄດ້ປະໝາດເດັດຂາດ.ສ່ວນຄົນທີ່ຍັງບໍ່ຕິດເຊື້ອ ທີ່ເຫັນວ່າຫຼາຍຄົນຕິດເຊື້ອບໍ່ສະແດງອາການ ເລີຍຄິດວ່າການຕິດໂຄວິດບໍ່ແມ່ນສິ່ງທີ່ໜ້າຢ້ານ

ແຕ່ນັ້ນບໍ່ແມ່ນຄວາມຈິງ ແລະ ທ່ານກໍາລັງເຂົ້າໃຈຜິດທີ່ສຸດ. ເພາະການຕິດເຊື້ອໂຄວິດ 19 ເມື່ອປິ່ນປົວເຊົາດີ ອອກໂຮງໝໍໄປແລ້ວ ແມ່ນບໍ່ສາມາດແຜ່ເຊື້ອໃຫ້ຄົນອື່ນ, ແຕ່ວ່າ ຜູ້ກ່ຽວສາມາດ ມີອາການຫຼົງເຫຼືອຕໍ່ໄປ

ເຖິງຈະປິ່ນປົວດີແລ້ວກໍ່ຕາມ ເຊັ່ນສຸຂະພາບປອດອ່ອນແອຊໍາເຮື້ອ, ບາງຄົນກິນເຂົ້າບໍ່ແຊບ-ນອນບໍ່ຫຼັບແບບບໍ່ເຄີຍເປັນມາກ່ອນ ຫຼື ຫຼາຍຄົນພັດມີອາການ ບໍ່ມີແຮງ ເມື່ອຍໄວ ແລະ ອື່ນໆ.

ສະນັ້ນ, ການຕິດເຊື້ອໂຄວິດນີ້ ແມ່ນໄພຂົ່ມຂູ່ຕໍ່ສຸຂະພາບຢ່າງແທ້ຈິງ ທັງໃນໄລຍະທີ່ກໍາລັງຕິດເຊື້ອ ແລະ ໃນໄລຍະຍາວ. ດ້ວຍເຫດນັ້ນ ພັກ-ລັດຖະບານ ມີຄວາມເປັນຫ່ວງທີ່ສຸດ ບໍ່ຢາກໃຫ້ປະຊາຊົນລາວທຸກຄົນຕິດເຊື້ອນີ້ເລີຍ ພ້ອມທັງສົ່ງສີມໃຫ້ທຸກຄົນປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອໂຄວິດ ແລະ ໄປສັກວັກຊິນເພື່ອເສີມພູມຄຸ້ມກັນໃຫ້ຮ່າງກາຍ.

Related Posts

Leave a Reply

Your email address will not be published. Required fields are marked *