Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ກາງຄືນຈະໜາວ! ອາທິດນີ້ ອາກາດຈະເຢັນຫາໜາວເຢັນ
Weather | ກົມອຸຕຸນິຍົມ ແລະ ອຸທົກກະສາດ. ໄດ້ໃຫ້ຮູ້ວ່າ: ໃນໄລຍະວັນທີ 22 ຫາ 23 ພະຈິກ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງອ່ອນ ຫາ ປານກາງ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອ ພັດປົກຄຸມ

ຊຶ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາຕອນເຊົ້າ ແລະ ມີຝົນຕົກເລັກນ້ອຍພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ວັນທີ 24 ຫາ 28 ພະຈິກ 2021 ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ້ມຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່,

ອຸນຫະພູມອາກາດເຢັນ ຫາ ໜາວເຢັນ ລົງ 2 ຫາ 4 ອົງສາ ພ້ອມມີໝອກບາງປົກ ຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ
ອ່ານເພີ່ມເຕີມ: bit.ly/30G8Rjr