Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ກະຊວງສຶກສາທິການ ແລະ ກິລາໄດ້ມີການແຈ້ງໃຫ້ສະຖາບັນການສຶກສາສຸມໃສ່ການຮຽນ-ການສອນແບບອອຍລາຍໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຢູ່ເຂດທີ່ມີການແຜ່ລະບາດພາຍໃນ ແຕ່ການຮຽນ-ການສອນແບບ
ດັ່ງກ່າວນັ້ນແມ່ນໄດ້ສ້າງຄວາມຫຍຸ້ງຍາກໃຫ້ຄອບຄົວທີ່ທຸກຍາກຈໍານວນຫຼາຍທີ່ຕ້ອງໄດ້ຊື້ໂທລະສັບໃຫ້ລູກຫຼານຂອງພວກເຂົາເຈົ້າທັງທີ່ບໍ່ມີເງິນ ເພື່ອໃຫ້ລູກຫຼານຂອງເຂົາເຈົ້າໄດ້ເຂົ້າເຖິງການສຶກສາແບບລູກຜູ້ອື່ນ ແຕ່ວ່າການຮຽນ-ການສອນ ທາງອອນລາຍນີ້ນັກຮຽນ-ນັກສຶກສານັ້ນຈະໄດ້ຄວາມຮູ້ແທ້ ຫຼື ບໍ ຫຼື ເປັນການສົ່ງເສີມເຮັດໃຫ້ເດັກນ້ອຍຕິດເກມເທົ່ານັ້ນ.
ທີມງານວຽງຈັນທາຍໄດ້ມີການສອບຖາມບັນດານັກຮຽນທີ່ຮຽນຜ່ານລະບົບອອນລາຍຊຶ່ງມີນັກຮຽນຈໍານວນຫຼາຍໄດ້ໃຫ້ຄໍາຕອບວ່າ ບໍ່ເຂົ້າໃຈຫຍັງເລີຍ ແລະ ເຮັດໃຫ້ພວກເຂົາສັບສົນໃນບົດຮຽນ.
ກ່ຽວກັບການຮຽນ-ການສອນດັ່ງກ່າວ, ທ່ານອາຈານ ສາຍຄໍາ ມູນມະນີວົງ ຢູ່ສະຖາບັນການເມືອງການປົກຄອງໃຫ້ທັດສະນະວ່າ: ການຮຽນ-ການສອນແບບດັ່ງກ່າວຖືວ່າເປັນການດີເພາະຈະເຮັດໃຫ້ລະບົບການສຶກສາແລ່ນໄປຕາມລະບົບ ຫຼື ທິດທາງທີ່ທາງກະຊວງສຶກສາ ທິການ ແລະ ກິລາວາງອອກເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍຕາມ, ແຕ່ການຮຽນ-ການສອນແບບດັ່ງກ່າວນັ້ນພວກເຮົາຄວນເບີ່ງເລິກໄປກວ່ານັ້ນກໍຄື ນັກຮຽນ ນັກສຶກສາແມ່ນໄດ້ຄວາມຮູ້ແທ້ ຫຼື ບໍ່ ຈາກການຮຽນຜ່ານລະບົບດັ່ງກ່າວ.
ທ່ານອາຈານ ສາຍຄໍາໃຫ້ຮູ້ຕື່ມວ່າ: ພໍ່ແມ່ຖ້າເປັນຜູ້ຖານະດີກໍຖືວ່າໄຄແດ່ມີເງິນຊື້ໂທລະສັບໃຫ້ລູກ ແຕ່ພໍ່ແມ່ຈໍານວນບໍ່ໜ້ອຍທີ່ບໍ່ມີເງິນ ຈໍາເປັນຕ້ອງຂົນຂວາຍຊອກເງິນມາຊື້ໂທລະສັບໃຫ້ລູກເພື່ອໃຫ້ລູກຂອງພວກເຂົາໄດ້ຮຽນຄືໝູ່ຜູ້ອື່ນ ແຕ່ກົງກັນຂ້າມເມື່ອໄດ້ໂທລະສັບແລ້ວມີນັກຮຽນ ຫຼື ເດັກນ້ອຍຈໍານວນບໍ່ໜ້ອຍພັດບໍ່ຮູ້ຮຽນຜ່ານລະບົບດັ່ງກ່າວ, ບາງຄົນຮຽນແຕ່ບໍ່ເຂົ້າໃຈຫຍັງເລີຍ ຫຼື ເດັກນ້ອຍບາງຄົນກໍບໍ່ຮຽນເລີຍ
ເຮັດໃຫ້ໃຊ້ໂທລະສັບໄປໃນທາງທີ່ບໍ່ດີ ຕິດໂທລະສັບເຊັ່ນ: ໃຊ້ໂທລະສັບເພື່ອເບິ່ງນັ້ນນີ້, ຫຼິ້ນເກມ, ບໍ່ຟັງຄວາມພໍ່ແມ່ ແລະ ອື່ນໆ, ດັ່ງນັ້ນພໍ່ແມ່ຜູ້ປົກຄອງນັກຮຽນຄວນເອົາໃຈໃສ່ອີກຊ່ອງທາງໜຶ່ງຊ່ວຍຄູ-ອາຈານໃນການຄຸ້ມຄອງລູກຫຼານໃນການຮຽນ ເພາະບໍ່ດັ່ງນັ້ນພວກເຂົາອາດໃຊ້ໂທລະສັບໄປໃນທາງທີ່ຜິດ