ບໍລິສັດຟຣອນເທຍ ເຊີວິດ ລີມິສເຕັດ ຜູ້ຮັບຜິດຊອບຮັກສາຄວາມປອດໄພ ຕາມເສັ້ນທາງ ລົດໄຟ ລາວ-ຈີນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ບໍລິສັດຟຣອນເທຍ ເຊີວິດ ລີມິສເຕັດ ຜູ້ຮັບຜິດຊອບຮັກສາຄວາມປອດໄພ ຕາມເສັ້ນທາງ ລົດໄຟ ລາວ-ຈີນ

ອີກບໍ່ພໍເທົ່າໃດມື້ ຂະບວນລົດໄຟໂດຍສານ ລາວ-ຈີນ ຊື່ວ່າຂະບວນລ້ານຊ້າງ ກໍຈະໃຫ້ບໍລິການສາຍພາຍໃນປະເທດຢ່າງເປັນທາງການ ໜຶ່ງໃນຫຼາຍຂະແໜງການທີ່ໃຫ້ບໍລິການແກ່ຂະບວນລົດໄຟກໍແມ່ນການຮັກສາຄວາມປອດໄພຕາມເສັ້ນທາງທັງໝົດ ແລະ ສະຖານີຕ່າງໆ, ທ່ານ ກົວເຈຍຄ່າຍ (Gua Jia Kai) ຜູ້ຈັດການໂຄງການຮັກສາຄວາມປອດໄພ ບໍລິສັດຟຣອນເທຍ ເຊີວິດ ລີມິສເຕັດ ທີ່ຮັບຜິດຊອບຮັກສາຄວາມປອດໄພຕາມເສັ້ນທາງລົດໄຟ ລາວ-ຈີນ ກ່າວວ່າ:

ບໍລິສັດຂອງພວກເຮົາໄດ້ເຮັດໜ້າທີ່ ເພື່ອຮັກສາຄວາມປອດໄພຕາມແລວທາງລົດໄຟ ລາວ-ຈີນ ແຕ່ລະສະຖານີ, ປະກອບມີ ພະນັກງານທັງໝົດ 160 ກວ່າຄົນ, ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ ພ້ອມນີ້ ຍັງມີສະຖານີຂົນສົ່ງສິນຄ້າ ແລະ ບ່ອນເກັບມ້ຽນສິນຄ້າຕ່າງໆ ອີກ.

ສຳລັບວຽກຮັກສາຄວາມປອດໄພ ຫຼື ການປະຕິບັດຕົວຈິງ ,ແມ່ນພວມຢູ່ໃນຂັ້ນທົດລອງເພື່ອກວດສອບ ແລະ ທົດລອງວຽກການຮັກສາຄວາມປອດໄພຕົວຈິງ ຍັງມີຄວາມຕ້ອງການ ແລະ ມີຈຸດໃດທີ່ຈະຕ້ອງໄດ້ເພີ່ມເຕີມ ຫຼື ມີການປັບປຸງ, ຫຼັງຈາກນັ້ນ, ບໍລິສັດຈະໄດ້ຝຶກຊ້ອມ ແລະ ເພີ່ມຈຳນວນຄົນເຂົ້າຕື່ມ ຕາມຄວາມຈຳເປັນ.

ທ່ານ ກົວເຈຍຄ່າຍ ກ່າວຕື່ມ ວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ ທີ່ໄດ້ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງໃນໂຄງການລົດໄຟລາວ-ຈີນ, ເຊິ່ງໄດ້ມີຄວາມພະຍາຍາມສູງໃນການປະກອບສ່ວນເຂົ້າວຽກງານຮັກສາຄວາມປອດໄພ ຕາມເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງເປັນເສັ້ນທາງມິດຕະພາບ ແລະ ເປັນເສັ້ນທາງທີ່ສຳຄັນຂອງສອງປະເທດ ລາວ-ຈີນ ໃນເຊື່ອມໂຍງສາຍພົວພັນລະຫວ່າງສອງປະເທດ.

ທ່ານ ຈັນທະລັກ ເນົາວະລັດ ຮອງປະທານໂຄງການ ຮັບຜິດຊອບ ຮັກຄວາມປອດໄພຕາມເສັ້ນທາງລົດໄຟລາວ-ຈີນ, ທັງເປັນເລຂາບໍລິສັດຮັກສາຄວາມປອດໄພ ໃຫ້ສຳພາດ ວ່າ: ພາຍຫລັງທີ່ທາງລົດໄຟເປີດໃຫ້ບໍລິການແລ້ວ, ການເຮັດໃຫ້ທາງລົດໄຟໃຫ້ມີຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນ ລາວ-ຈີນ ສອງປະເທດໃຫ້ຄວາມສຳຄັນສູງ,

ເຊິ່ງໜ້າທີ່ຮັບຜິດຊອບຕົ້ນຕໍຂອງບໍລິສັດ ແມ່ນການຮັກສາຄວາມປອດໄພ ແລະ ຮັບຜິດຊອບທາງລົດໄຟທັງໝົດ ເປັນຕົ້ນ ບໍ່ໃຫ້ມີຂີ້ລັກງັດແງະ ແລະ ເຮັດສິ່ງບໍ່ດີ ຕາມແລວທາງລົດໄຟ ຮັບປະກັນບໍ່ໃຫ້ເກີດບັນຫາຕ່າງໆ ໃນເວລາຂະບວນລົດໄຟກຳລັງແລ່ນຢູ່ເທິງລາງ.

ຶໃນໄລຍະຜ່ານມາພວກເຮົາກໍໄດ້ຝຶກພະນັກງານຮັກສາຄວາມປອດໄພ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ແລະ ກວດກາແຕ່ລະຈຸດຂອງທາງລົດໄຟຕະຫຼອດເວລາ.

ບໍລິສັດຮັກສາຄວາມປອດໄພຟຣອນເທຍ ເຊີວິດ ລີມິສເຕັດ (Frontier Services Limited) ແມ່ນກຸ່ມທຳອິດທີ່ໄດ້ເຂົ້າມາເຮັດໜ້າທີ່ຮັກສາຄວາມປອດໄພ ແລະ ໄດ້ເຮັດວຽກຮ່ວມກັບໂຄງການລົດໄຟ ລາວ-ຈີນ.

Related Posts

Leave a Reply

Your email address will not be published. Required fields are marked *