Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ກວ່າຈະຮູ້ວ່າລູກຄິດໂຄວິດ ກະປົ່ວຈົນເກືອບເຊົາ….. ໂຄວິດ ເປັນໄດ້ ກໍ່ຫາຍໄດ້ຄືກັນ …. ມື້ນີ້ຈະມາແຊປະສົບການລູກຕິດໂຄວິດ ແລະ ວິທີປິ່ນປົວ〰️👁🗨ໃຫ້ແມ່ໆຜູ້ທີ່ມີລູກນ້ອຍໄວ້ຄ່ອຍສັງເກດເພາະໂຄວິດມັນໃກ້ໂຕເຮົາເຫຼືອເກີນ
ມື້ທີ່1👁🗨ອາການ: ຫລັງອາບນໍ້າຕອນແລງຕອນເຊັດໂຕລູກ ສັງເກດເຫັນໂຕລູກດ່າງໆຈາກເສັ້ນເລືອດທີ່ເຂັ້ມຂື້ນ, ຄີງດ້າດໆ ແຕ່ບໍ່ມີໄຂ້ອຸນນະພູມປະມານ 36-36.9 ແລະ ຕາຂາວລູກເປັນເມັດຈໍ້າໆແດງຄືຄົນເປັນຕາແດງ.☑️ປິ່ນປົວ: ໃຫ້ຢາລົດໄຂ້, ນຸ້ງເຄື່ອງບາງ ແລະ ເປີດແອນອນ.

ມື້ທີ່3:ເປັນມື້ທີ່ຮູ້ວ່າລູກຕິດໂຄວິດ ເພາະນ້າສາວຢູ່ບ້ານກວດເອງຜົນອອກມາບວກ ເລີຍພາລູກແລະຜົວໄປກວດຢູ່ສູນ103 ຖ້າຜົນປະມານ15ນາທີ ຜົນອອກມາພໍ່ແມ່ບໍ່ຕິດ ມີແຕ່ລູກຕິດຄົນດຽວ ແລະ ຕ້ອງບອກວ່າ 2 ມື້ກ່ອນໜ້ານີ້ບໍ່ຮູ້ເລີຍວ່າລູກຕິດໂຄວິດຄິດວ່າເປັນໄຂ້ຫວັດປ່ຽນລະດູທຳມະດາ

👁🗨ອາການ: ຄີງຮ້ອນມີໄຂ້ຕະຫລອດເວລາຮອດ 38.5, ມີ ໄອ, ນໍ້າມູກ ຕັນດັງ, ຮາກ, ກິນເຂົ້າ ແລະ ນົມ ໜ່ອຍລົງ ງໍແງໝົດມື້
☑️ປິ່ນປົວ: ໃຫ້ຢາລົດໄຂ້ ທຸກໆ4ຊມ, ເຊັດໂຕຕະຫລອດ, ແທກອຸນນະພູມທຸກໆ15ນາທີ, ໃຫ້ຢາດີໄອ ລົດຂີ້ສະເລດມື້ລະ 2ຄັ້ງ, ຕິດແຜ່ນເຈວລົດໄຂ້ໃສ່ຫນ້າຝາກ ແລະ ສັນຫລັງ, ກິນໂອລາລິດຊົງມື້ລະຖົງ 150 ມລ, ລ້າງດັງດ້ວຍນໍ້າເກືອເຊົ້າແລງ, ນຸ່ງເຄື່ອງບາງ ແລະ ເປີດແອປົກກະຕິ.

ມື້ທີ່4👁🗨ອາການ: ໄອ ມີນໍ້າມູກ ບໍ່ມີໄຂ້ແລ້ວ, ເລີ່ມກິນນົມໄດ້ຫລາຍຂື້ນ ແຕ່ເຂົ້າຍັງກິນໄດ້ໜ່ອຍຄືເກົ່າ ອາການສົດຊື່ນຂື້ນ.
☑️ປິ່ນປົວ: ຍັງໃຫ້ຢາລົດໄຂ້ແຕ່ໃຫ້ແຕ່ຕອນເຊົ້າຄັ້ງດຽວ, ໃຫ້ຢາດີໄອ ລົດຂີ້ສະເລດມື້ລະ 2ຄັ່ງຕໍ່ມື້, ກິນໂອລາລິດຊົງມື້ລະຖົງ 150 ມລ, ລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ, ນຸ່ງເຄື່ອງບາງ ແລະ ເປີດແອປົກກະຕິ.

ມື້ທີ່5👁🗨ອາການ: ມີແຕ່ໄອເລັກນ່ອຍ ກິນນົມ ແລະ ເຂົ້າໄດ້ໄດ້ປົກກະຕິ ອາການສົດຊື່ນຂື້ນເຫັນໄດ້ຊັດເຈນ.
☑️ປິ່ນປົວ: ໃຫ້ຢາດີໄອ ລົດຂີ້ສະເລດມື້ລະ 1ຄັ້ງ ແລະ ສືບຕໍ່ລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ, ນຸ່ງເຄື່ອງບາງ ແລະ ເປີດແອປົກກະຕິ.

ມື້ທີ່6👁🗨ອາການ: ບໍ່ມີໄອ ບໍ່ມີໄຂ້ ຖືວ່າເກືອບປົກກະຕິ ສ່ວນກິນນົມ ແລະ ເຂົ້າໄດ້ປົກກະຕິ ອາການສົດຊື່ນເປັນປົກກະຕິ.
☑️ປິ່ນປົວ: ສືບຕໍ່ລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ

ມື້ທີ່7👁🗨ອາການ: ປົກກະຕິ ແລະ ດື້ກວ່າເກົ່າ
☑️ປິ່ນປົວ: ສືບຕໍ່ລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ.
ລູກແມ່ນີ້ອາຍຸ 8 ເດືອນ ບໍ່ມີພະຍາດປະຈຳໂຕຈຶ່ງເຮັດໃຫ້ລາວເຊົາໄວ ແລະ ຖືວ່າມີໄຂ້ແຄ່ 3 ມື້ເທົ່ານັ້ນ ຝາກເຕື່ອນທຸກຄົນຖ້າສະມາຊິກໃນຄອບຄົວມີອາການເປັນຫວັດເປັນໄອໃຫ້ໄປກວດຫາເຊື້ອເລີຍຈະເປັນການດີ ເພື່ອບໍ່ໃຫ້ເກີດກໍລະນີຄືລູກແມ່ນີ້.
ທີ່ມາ
