ມີຂ່າວດີມາບອກ! ຮຽນຟຣີ ຈົບຫຼັກສູດເຂົ້າເຮັດວຽກໄດ້ເລີຍ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ມີຂ່າວດີມາບອກ! ຮຽນຟຣີ ຈົບຫຼັກສູດເຂົ້າເຮັດວຽກໄດ້ເລີຍ.

ຖືວ່າເປັນຂ່າວດີ ສຳລັບເພດຍິງ ຜູ້ທີ່ຕ້ອງການມີອາຊີບສ້າງລາຍຮັບໃຫ້ຕົນເອງ, ເພິ່ງພາຕົນເອງໄດ້ ແລະ ທີ່ສຳຄັນ ມີວິຊາອາຊີບຕິດໂຕເຮົາເອງໄປຕະຫຼອດ.

ໂອກາດດີແບບນີ້ແມ່ນບໍ່ໄດ້ມີມາຕະຫຼອດ ດັ່ງນັ້ນ, ຖ້າເຮົາເປັນຄົນທີ່ມີໃຈຕ້ອງການມີອະນາຄົດທີ່ດີ ຫຼື ໃຫ້ດີຂຶ້ນກວ່າເດີມ ສາມາດໄປສະໝັກໄດ້ເດີ.

ຕອນນີ້ທາງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ແມ່ນໄດ້ເປີດຮັບສະໝັກເພດຍິງໃນອາຍຸລະຫວ່າງ 16-30 ປີ ທີ່ບໍ່ຈຳກັດການສຶກສາ ພາຍໃຕ້ໂຄງການ ຮຽນຟຣີອາຊີບຊ່າງວິກຜົມ ເຊິ່ງທາງສູນເພິ່ນມີນະໂຍບາຍທີ່ດີ ເນື່ອງຈາກ ຮຽນຟຮີ ແລະ ເຂົ້າເຮັດວຽກໄດ້ເລີຍ ຫຼັງຈາກຈົບຄອສການຮຽນ.

[“]

ມາເບິ່ງລາຍລະອຽດໄດ້ເລີຍຕ້ອງເປັນເພດຍິງໃນເກນອາຍຸ 16-30 ປີ ບໍ່ຈຳກັດການສຶກສາ ໄລຍະເວລາຂອງການຮຽນແມ່ນ 40 ວັນ ແລະ ເຂົ້າເຮັດວຽກທັນທີຫຼັງຈາກທີ່ຈົບ ແຕ່ວ່າໃນໄລຍະການຮຽນ 40 ວັນນັ້ນ ແມ່ນຈະບໍ່ມີເບ້ຍລ້ຽງ ຫຼື ເງິນເດືອນໃຫ້ ແຕ່ວ່າມີຫໍພັກໃຫ້ຢູ່ຟຣີ, ມີເຄື່ອງບ່ອນນອນໃຫ້ຟຣີ, ມີເຂົ້າກິນຟຣີ 3 ຄາບ (ແຕ່ບໍ່ມີອາຫານໃຫ້ຕ້ອງກຸ້ມຕົນເອງໃນສ່ວນຂອງອາຫານ).

ຮີບຮ້ອນໄປຮຽນໄດ້ແລ້ວ ເຮັດວຽກເປັນບໍ່ຕ້ອງເປັນພາລະຄົນອື່ນ ກຸ້ມຕົນເອງຊ່ວຍຄອບຄົວໄດ້ເຖິງບໍ່ລ້ຳລວຍແຕ່ກໍຖືເປັນຜູ້ໂຊກດີສຸດແລ້ວ ສຳລັບສະຖານທີ່ເຮັດວຽກຫຼັງຮຽນຈົບແມ່ນບໍລິສັດ ລາວຄວາລີຕີ ຫຼັງຈາກທີ່ບັນຈຸເປັນພະນັກງານໃນບໍລິສັດແລ້ວນັ້ນ

ຈະມີເງິນເດືອນໃຫ້ເລີ່ມຕົ້ນ 1.100.000 ກີບ, ເງິນດຸໝັ່ນ 50.000-100.000 ກີບ, ເງິນປີການ 25.000-125.000 ກີບ ແລະ ເງິນຜະລິດແມ່ນ 250.000-2.000.000 ສະຖານທີ່ຕັ້ງຢູ່ບ້ານ ຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດສອບຖາມໄດ້ທີ່: 5959 5479

Related Posts

Leave a Reply

Your email address will not be published. Required fields are marked *