(ລົດໄຟລາວ-ຈີນ) ປະຊາຊົນອຸດົມໄຊຈະມີລາຍຮັບເພີ່ມຂຶ້ນຈາກລົດໄຟລາວ-ຈີນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


(ລົດໄຟລາວ-ຈີນ) ປະຊາຊົນອຸດົມໄຊຈະມີລາຍຮັບເພີ່ມຂຶ້ນຈາກລົດໄຟລາວ-ຈີນ

ທ່ານ ນາງວັນສີ ພວງມະໄລ ສະມາຊິກສະພາປະຊາຊົນ, ເລຂາທິການສະພາປະຊາຊົນແຂວງ ອຸດົມໄຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRIເມື່ອບໍ່ດົນມານີ້ວ່າ: ຂ້າພະເຈົ້າໄດ້ຮ່ວມຂີ່ລົດໄຟຂະບວນລ້ານຊ້າງ ເຊິ່ງເປັນຂະບວນທໍາອິດຂອງລາວ ທີ່ໄດ້ນໍາພາສະມາຊິກສະພາແຫ່ງຊາດ(ສສຊ) ລວມທັງອະດີດການນໍາສສຊ ແລະບັນດາສະມາຊິກສະພາແຂວງແລະນະຄອນຫຼວງວຽງຈັນ(ສສຂ)ລວມທັງໝົດ 18ເຂດໄປຂີ່ລົດໄຟລາວ-ຈີນເມື່ອຕອນບ່າຍຂອງ

ວັນທີ17ພະຈິກ2021,ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ສໍາເລັດລົງ.
ທ່ານ ນາງວັນສີ ພວງມະໄລໄດ້ໃຫ້ຮູ້ວ່າ: ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນ ແລະດີໃຈຫຼາຍທີ່ມີໂອກາດຂີ່ລົດໄຟຂະບວນລ້ານຊ້າງທໍາອິດ ເຊິ່ງເປັນປະຫວັດສາດຂອງປະເທດລາວ, ພໍແຕ່ໄປເຖິງກໍໄດ້ເຫັນຄວາມສວຍງາມ, ຄວາມອະລັງການຂອງສະຖານີນະຄອນຫຼວງວຽງຈັນ

ເຊິ່ງເປັນສະຖານີທີ່ໃຫຍ່ທີ່ສຸດຂອງປະເທດລາວ, ໄດ້ເຫັນຄວາມສວຍງາມ ແລະທັນສະໄໝຂອງລົດໄຟເຊິ່ງບໍ່ເຄີຍມີມາກ່ອນໃນປະເທດລາວ, ການຕົບແຕ່ງລົດໄຟທີ່ປະດັບດ້ວຍທຸງຊາດລາວ, ລວດລາຍຂອງວັດທະນະທໍາລາວທີ່ບົ່ງບອກເຖິງຄວາມເປັນລາວ ແລະພາຍໃນລົດໄຟກໍມີຄວາມສວຍງາມບໍ່ແຕກຕ່າງຫຍັງກັບພາຍໃນຍົນ. ຂ້າພະເຈົ້າປະທັບໃຈການບໍລິການພາຍໃນລົດໄຟ, ໄດ້ຮັບການຕ້ອນຮັບ ແລະບໍລິການຢ່າງອົບອຸ່ນຈາກພະນັກງານ ກໍຄືທີມງານລົດໄຟ.

ທ່ານ ນາງວັນສີ ພວງມະໄລໄດ້ແນະນໍາຕື່ມວ່າ: ເນື່ອງຈາກວ່ານີ້ເປັນຂະບວນທໍາອິດ ການບໍລິການອາດຈະຍັງບໍ່ທັນຄົບຊຸດເທື່ອ ແຕ່ໃນນາມສ່ວນຕົວ ຂ້າພະເຈົ້າຢາກໃຫ້ມີການບໍລິການອາຫານຫວ່າງ ທີ່ເປັນຜະລິດຕະພັນພື້ນເມືອງຂອງລາວ ເພື່ອໃຫ້ຜູ້ໂດຍສານສາມາດໄດ້ດື່ມ,ໄດ້ຮັບປະທານອາຫານ ຫຼືໄດ້ຊີມຜະລິດຕະພັນອາຫານລາວ, ແລະພາຍໃນຕົວລົດໄຟ ຂ້າພະເຈົ້າຢາກໃຫ້ມີສັນຍາລັກທີ່ບົ່ງບອກເຖິງຄວາມເປັນລາວເຊັ່ນຕົວໜັງສືລາວ.

ທ່ານ ນາງວັນສີ ພວງມະໄລໄດ້ກ່າວວ່າ: ແຂວງອຸດົມໄຊຈະໄດ້ຜົນປະໂຫຍດຈາກການມີເສັ້ນທາງລົດໄຟລາວ-ຈີນຫຼາຍດ້ານ ເນື່ອງຈາກແຂວງອຸດົມໄຊແມ່ນຕັ້ງຢູ່ໃຈກາງຂອງບັນດາແຂວງທາງພາກເໜືອ ທີ່ມີເສັ້ນທາງລົດໄຟຜ່ານເຖິງ 126ກິໂລແມັດ ແລະມີ 03ສະຖານີຄື: ສະຖານີເມືອງໄຊ, ສະຖານີເມືອງນາໝໍ້ ແລະສະຖານີເມືອງງາ ເຊິ່ງນີ້ຈະຊ່ວຍເຮັດໃຫ້ເສດຖະກິດຂອງແຂວງມີການເຕີບໃຫຍ່ຂະຫຍາຍຕົວ ແລະເຂັ້ມແຂງຂຶ້ນ,

ປະຊາຊົນຈະມີລາຍຮັບທີ່ເພີ່ມຂຶ້ນຈາກການບໍລິການທາງຜ່ານ, ການຂົນສົ່ງໂດຍສານ, ການຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະການຜະລິດກະສິກໍາເພື່ອເປັນສິນຄ້າສົ່ງອອກ. ທ່ານ ນາງວັນສີ ພວງມະໄລກ່າວຕື່ມວ່າ: ເມື່ອກ່ອນການເດີນທາງມານະຄອນ ຫຼວງວຽງຈັນແມ່ນໃຊ້ເວລາດົນພໍສົມຄວນ ແຕ່ພາຍຫຼັງມີເສັ້ນທາງລົດໄຟ ເຊື່ອວ່າຫຼາຍຄົນ,ນັບທັງຂ້າພະເຈົ້າເອງຈະເລືອກຂີ່ລົດໄຟຢ່າງແນ່ນອນ. ເວົ້າລວມແລ້ວການມີເສັ້ນທາງລົດໄຟລາວ-ຈີນລ້ວນແຕ່ມີຜົນດີຕໍ່ປະຊາຊົນແຂວງອຸດົມໄຊ ຊ່ວຍໃຫ້ປະຊາຊົນມີລາຍຮັບທີ່ດີຂຶ້ນ ແລະຊ່ວຍໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໄວຂື້ນ.

ໃນນາມທີ່ເປັນປະຊາຊົນຊາວອຸດົມໄຊ ກໍຄືປະຊາຊົນລາວຂໍສະແດງຄວາມຂອບໃຈມາຍັງໂຄງການຮ່ວມມືຂອງສອງປະເທດລາວ-ຈີນ ໂດຍສະເພາະໂຄງການເສັ້ນທາງລົດໄຟລາວ -ຈີນ ຂໍໃຫ້ສືບຕໍ່ໝັ້ນຄົງທະນົງແກ່ນ, ເປັນເພື່ອນມິດທີ່ດີຕໍ່ກັນ, ເປັນຄູ່ຮ່ວມຊາຕາກໍາທີ່ດີຕໍ່ກັນ, ພວກເຮົາພ້ອມແລ້ວທີ່ຈະໃຫ້ຄວາມຮ່ວມມື, ປົກປັກຮັກສາເສັ້ນທາງລົດໄຟລາວ-ຈີນໃຫ້ເປັນເສັ້ນທາງມິດຕະພາບທີ່ຍືນນານ ແລະມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

Related Posts

Leave a Reply

Your email address will not be published. Required fields are marked *