Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທູດລາວມອບໜັງສືເດີນທາງລາວ ແລະ ຊຸດເຄື່ອງນຸ່ງທີມຊາດລາວໃຫ້ ບີນລີ ເກດແກ້ວພົມພອນ
ໃນວັນທີ 25 ພະຈິກ 2021 ທູດລາວ ປະຈຳປະເທດຝຣັ່ງ ໄດ້ຈັດພິທີມອບຫນັງສືເດີນທາງລາວ ແລະເຄື່ອງນຸ່ງທີມຊາດລາວ ໃຫ້ ທ້າວ ບິນລີ ເກດແກ້ວພົມພອນ, ພິທີຈັດຂຶ້ນເປັນພິເສດ ຢູ່ຫ້ອງຮັບແຂກ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດ ຝຣັ່ງ ໂດຍແມ່ນ ທ່ານ ຢົງ ຈັນທະລັງສີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສປປ ລາວ ປະຈຳປະເທດ ຝຣັ່ງ,

ໄດ້ມອບປື້ມຜ່ານແດນທາງການ (Passeport) ສປປ ລາວ ພ້ອມດ້ວຍ ເສື້ອຫມາຍເລກ 21 ຂອງ ທີມຊາດ ສປປ ລາວ ໃຫ້ແກ່ ທ່ານ ບີນລີ ເກດແກ້ວພົມພອນ ນັກເຕະບານອາຊີບ ສາຍສອງ ສັງກັດຢູ່ ສະໂມສອນ USL Dunkerque ທາງພາກເໜືອ ຂອງປະເທດ ຝຣັ່ງ.
ທ່ານ ບີນລີ ເກດແກ້ວພົມພອນ ແມ່ນລູກຫລານຊາວລາວເຮົາ ທີ່ດຳລົງຊີວິດ ຢູ່ຕ່າງປະເທດ. ບີນລີ ເກດແກ້ວພົມພອນ ເກີດຢູ່ເມືອງ Champigny-sur-Marne ໃນປີ 1990 ແລະ ໄດ້ເລີ້ມຕົ້ນເປັນນັກກິລາ ອາຊີບ ຢູ່ ສະໂມສອນ Paris Racing Club ກ່ອນຖືກສົ່ງໄປຮຽນຢູ່ ໂຮງຮຽນ Clairefontaine ເຊິ່ງເປັນໂຮງຮຽນນັກກິລາເຕະບານດີເດັ່ນລະດັບຊາດ ຂອງປະເທດ ຝຣັ່ງ ໃນປີ 2006. ພາຍຫລັງໜຶ່ງປີ ໄດ້ຍ້າຍໄປ ສະໂມສອນ RC Strasbourg.

ໃນປີ 2011 ໄດ້ເຊັນສັນຍາ ກັບ ສະໂມສອນ FC Sion ແຫ່ງປະເທດ ສະວິດສ ແລະ ຕໍ່ມາກໍ່ເຂົ້າສັງກັດ ສະໂມສອນ ຂອງ ເມືອງ Tour (ປະເທດ ຝຣັ່ງ). ຮອດປີ 2015 ມາເຕະໃຫ້ ສະໂມສອນ Anger SCO, AJ Auxerre ແລະ SO Cholet ກ່ອນຈະຍ້າຍມາເຕະໃຫ້ ສະໂມສອນ USL Denkerque.
ນັບວ່າ ຄັ້ງທຳອິດທີ່ ບີນລີ ເກດແກ້ວ ໄດ້ຖືກຂັດເລືອກ ເຂົ້າໃນທີມຊາດລາວ ເພື່ອເຂົ້າຮ່ວມ ການແຂ່ງຂັນເຕະບານ ຊິງແຊ້ມອາຊຽນ ປະຈຳປີ 2020 ຫລຶ AFF SUZUKI CUP 2020. ສຳລັບຄວາມພ້ອມຂອງທີມຊາດລາວ ຊຸດໃຫຍ່ ໄດ້ມີການເກັບໂຕຝຶກຊ້ອມມາແຕ່ຕົ້ນເດືອນກັນຍາ ຜ່ານມາ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍໄດ້ກຳນົດຄັດເລືອກນັກກິລາມີທັງໝົດ 46 ຄົນ, ໃນນັ້ນ ຄັດເລືອກນັກກິລາ 30 ຄົນສຸດທ້າຍເຂົ້າຮ່ວມການແຂ່ງຂັນ ,

ສຳລັບລາຍຊື່ນັກກິລາ 30 ຄົນສຸດທ້າຍມີ ລາຍຊື່ນັກກິລາ ກອງຫນ້າ ປະສົບການສູງ ບິນລີ ເກດແກ້ວພົມພອນ ນັກເຕະເຊື້ອສາຍລາວ ທີ່ຫລິ້ນໃນລີກ 2 ປະເທດຝຣັ່ງ ຮ່ວມທີມ ປະສົມປະສານກັບນັກເຕະທີ່ມີປະສົບປະການສູງຫລາຍຄົນນຳໂດຍ ສຸກອາພອນ ວົງຈຽງຄຳ, ມິດສະດາ ສາຍໃຕ້ຟ້າ ແລະ ພຸດທະໄຊ ໂຄຈະເລີນ ທີ່ຫລິ້ນໃນລີກ ຂອງປະເທດໄທ, ມະໂນລົມ ເພັດພັກດີ, ພາຍໃຕ້ການຄຸມທີມຂອງ ທ່ານ ຊີວວາຣັດ ເວນກາດາລຳ ( Selvaraj S/O Vengadalam ) ຫົວຫນ້າຄູຝຶກທີມຊາດລາວ ຊາວສິງກະໂປ ໂດຍມີ ທ່ານ ກັນລະຍາ ສີສົມຫວັງ ແລະ ທ່ານ ນາງ ພອນທິບ ແສງມະນີ ເປັນຜູ້ຊ່ວຍຄູຝຶກ.
ການແຂ່ງຂັນຄັ້ງນີ້ແມ່ນຈະແຕກຕ່າງຈາກການແຂ່ງຂັນແຕ່ລະຄັ້ງທີ່ຜ່ານມາ, ແຕ່ລະທີມສາມາດສົ່ງລາຍຊື່ນັກກິລາໄດ້ 30 ຄົນສຸດທ້າຍ ໂດຍໃນແຕ່ລະນັດສາມາດສົ່ງລາຍຊື່ 23 ຄົນ, ເພື່ອປະຕິບັດຕາມມາດຕະການປ້ອງກັນ COVID-19 ຂອງປະເທດສິງກະໂປ ແລະ ເພື່ອໃຫ້ລັດຖະບານສິງກະໂປ ຍົກເວັ້ນການກັກຕົວ 14 ມື້.