Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ດ່ວນ…..ທີ່ຮົງກົງ ແລະ ປະເທດອາຟຣິກາໃຕ້, ໄດ້ມີການປະກາດຄົ້ນພົບເຊື້ ອ ໄວ ຣັ ສໂຄ ວິ ດສາຍພັນໃໝ່
ເຊິ່ງເປັນສາຍພັນທີ່ລະບາດຮຸນແຮງທີ່ສຸດເທົ່າທີ່ຄົ້ນພົບມາ ລວມແມ່ນ 100 ຄົນ ເຊິ່ງຊາວຮົງກົງທີ່ຕິດເຊື້ອແມ່ນໄດ້ຜ່ານການເດີນທາງຈາກອາຟຣິກາໃຕ້. ວັນສຸກທີ່ຜ່ານມາທາງອົງການອະນາໄມໂລກໄດ້ຕັ້ງຊື່ສາຍພັນ B.1.1.529. ທາງລັດຖະມົນຕີກະຊວງສາທາລະນະສຸກໄດ້ອອກມາຢືນຢັນວ່າກໍລະນີຜູ້ຕິດເຊື້ອຈາກສາຍພັນດັ່ງກ່າວແມ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ໄວວາ.
ສາສະດາຈານ Tulio de Oliveira, ຫົວໜ້າສູນການປະດິດ ແລະ ໂຕ້ຕອບການລະບາດຂອງເຊື້ອພະຍາດໃນອາຟຣິກາໃຕ້ ໄດ້ອອກມາໃຫ້ຂໍ້ມູນວ່າເປັນສາຍພັນທີ່ຈັບກຸ່ມກັນຢ່າງແປກປະຫຼາດ, ມັນວິວັດທະນາການໄວຫຼາຍ ແລະ ໄດ້ມີການກາຍພັນຫຼາກຫຼາຍເກີນກວ່າທີ່ພວກເຮົາຄາດໄວ້.
ສາຍພັນເບຕ້າ B.1.1.529 ນີ້ ສາມາດຜ່ານພູມຕ້ານທານຂອງມະນຸດທີ່ໄດ້ຮັບຜ່ານວັກຊີນມາແລ້ວ ໂດຍຜ່ານການກາຍພັນມາກວ່າ 50 ຄັ້ງ ແລະ ມີໜາມໂປຣຕີນ ເຊິ່ງເປັນຕົວເກາະເຂົ້າໃນຮ່າງກາຍຄົນເຮົາຫຼາຍກວ່າ 30 ໜາມ. ເນື່ອງຈາກວ່າວັກຊີນສ່ວນໃຫຍ່ຈະມີຮູບແບບສ້າງພູມຕ້ານທານໃຫ້ພ້ອມຮັບພຽງ 30 ໜາມ, ແຕ່ຕົວເຊື້ອສາຍພັນໃໝ່ນີ້ ມີໜາມຫຼາຍກວ່າທີ່ຮ່າງກາຍຈະປ້ອງກັນໄດ້.
ດ້ວຍເຫດນັ້ນເອງ, ມັນຈຶ່ງສາມາດຜ່ານເຂົ້າໄປໃນຮ່າງກາຍເຮົາໄດ້. ລວມໄປເຖິງຂອບເຂດຂອງຕົວທີ່ໃຊ້ຈັບກັບເຊລຂອງມະນຸດ ມັນໄດ້ມີການກາຍພັນໄປກວ່າ 10 ຮູບແບບ ເຊິ່ງຫຼາຍກວ່າຂອງສາຍພັນເດລຕາ ທີ່ມີພຽງ 2 ຮູບແບບການກາຍພັນ.