ກັກເປົ້າໝາຍລັກເຫຼັກກັ້ນຂອບທາງ 450 ປີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກັກເປົ້າໝາຍລັກເຫຼັກກັ້ນຂອບທາງ 450 ປີ

ເວລາປະມານ 12 ໂມງຂອງວັນທີ 27 ພະຈິກ 2021 ເຈົ້າໜ້າທີ່ໄດ້ຮັບງານລາຍວ່າ: ມີຄົນມາລັກເອົາເຫຼັກກັ້ນຂອບທາງ ຢູ່ຈຸດເສັ້ນທາງ 450 ປີ ຈຶ່ງໄດ້ນໍາກໍາລັງລົງຈຸດເກີດເຫດ ແລະ ກັກຕົວເປົ້າໝາຍໄດ້ 1 ຄົນ

ຊື່ທ້າວ ໂຄລີ ອາຍຸ 37 ປີ ກໍາມະກອນ ຢູ່ບ້ານດຸງ ເມືອງໄຊເສດຖາ ນວ ທີ່ກຳລັງນຳເອົາເຫລັກໃສ່ລໍ້ຍູ້ໄປຂາຍໃຫ້ຮ້ານຊື້ເຫລັກເສດ.

ຜ່ານການສອບສວນເບື້ອງຕົ້ນ ທ້າວ ໂຄລີ ຮັບສາລະພາບວ່າ: ເປັນຄົນລົງມືລັກເຫຼັກກັ້ນຂອບທາງແທ້; ເຊີ່ງຄັ້ງນີ້ເປັນຄັ້ງທີ 5 ພາຍຫຼັງໄດ້ເຫຼັກມາແລ້ວ ໄດ້ເອົາໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດ ຢູ່ເຂດບ້ານດຸງ ແຕ່ລະຄັ້ງໄດ້ເງິນ 120.000 ກີບ ຕໍ່ 1 ແຜ່ນ,

ປັດຈຸບັນ ເຈົ້າໜ້າທີ່ ສນ 1191 ບ້ານດຸງ ໄດ້ສົ່ງຕົວຜູ້ກ່ຽວໃຫ້ກອງບັນຊາການ ປກສ ເມືອງໄຊເສດຖາ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ

Related Posts

Leave a Reply

Your email address will not be published. Required fields are marked *