ນາຍົກລັດຖະມົນຕີ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນາຍົກລັດຖະມົນຕີ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ;ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາ ຈັກ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງ ວັນ ທີ 29-30 ພະຈິກ 2021.

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ທີ່ນໍາໂດຍທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ ໃນວັນທີ 29 ພະຈິກ 2021 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຢ່າງສົມກຽດ ໂດຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ ທີ່ຫໍສັນຕິພາບ, ຫຼັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງນາຍົກລັດຖະ ມົນຕີ,ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ໄດ້ມີການປະຊຸມພົບປະສອງຝ່າຍຮ່ວມກັນ.

ໃນໂອກາດດັ່ງກ່າວນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນດ້ວຍໄມຕິຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນແລະກັນ ຂອງລັດຖະບານ ແລະ ປະຊາ ຊົນສອງຊາດ ລາວ-ກໍາປູເຈຍ.

ການຢ້ຽມຢາມ ຣາຊະອານາຈັກກໍາປູເຈຍ ຄັ້ງນີ້ ແມ່ນການເຄື່ອນໄຫວຢ້ຽມຢາມຄັ້ງທໍາອິດ ແລະ ປະເທດທໍາອິດ ນັບແຕ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ, ພ້ອມທັງເປັນການຢືນຢັນອີກເທື່ອ ໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງທີ່ສະເໝີຕົ້ນສະເໝີປາຍຂອງລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ມູນເຊື້ອສາຍພົວພັນມິດຕະ ພາບ ຖານເພື່ອນມິດສະໜິດສະໜົມ, ຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ກໍຄື ຄູ່ຮ່ວມມືຍຸດທະ ສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ.

ພ້ອມດຽວກັນນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສົມເດັດ ເຕ ໂຈ ຮຸນ ແຊນ ກໍຄື ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19, ພ້ອມທັງໃຫ້ການຊ່ວຍເຫຼືອຈາກລັດຖະບານ ໃນໄລຍະຜ່ານມາ ທັງອຸປະກອນການແພດ ແລະ ວັກຊີນ,ພ້ອມທັງປຸກລະດົມພາກ ເອກະຊົນຂອງ ກໍາປູເຈຍ ຊ່ວຍເຫຼືອຕື່ມອີກ.

ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການພົວ ພັນຮ່ວມມື ໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງຮ່ວມມືໃນຕໍ່ໜ້າ, ໂດຍສອງຝ່າຍໄດ້ຕີລາ ຄາສູງ ຕໍ່ການພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ເປັນມູນເຊຶ້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ລາວ ແລະ ກໍາປູເຈຍ ທີ່ນັບມື້ນັບໄດ້ຮັບການຂະຫຍາຍຕົວແໜ້ນແຟ້ນຍິ່ງໆຂຶ້ນ, ໂດຍສະເພາະ ນັບຕັ້ງແຕ່ສອງປະເທດໄດ້ຍົກລະດັບສາຍພົວການຮ່ວມມື ເປັນຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ໃນປີ 2019,

ການ ພົວພັນຮ່ວມມືຂອງສອງປະເທດ ກໍມີບັນຍາກາດອັນໃໝ່ ເຖິງວ່າສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ມີຄວາມສັບສົນ, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຕ່ລະປະເທດຍັງມີຄວາມຫຍຸ້ງຍາກ ແຕ່ການພົວພັນຂອງສອປະເທດ ລາວ-ກໍາປູເຈຍ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ, ຊຶ່ງສະແດງອອກ ຄື: ຜູ້ນໍາສອງປະເທດ ລາວ-ກໍາປູເຈຍ ໄດ້ມີການພົບປະກັນຢ່າງເປັນປົກກະຕິ ທັງໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ແລະ ພົບປະສອງຝ່າຍ ໃນຮູບແບບທາງໄກ. ການພົວພັນຮ່ວມມືຂອງສອງປະເທດໃນດ້ານຕ່າງໆແມ່ນໄດ້ຮັບການເສີມຂະຫຍາຍ, ເປັນຕົ້ນ ການຮ່ວມມືດ້ານການເມືອງແມ່ນຢູ່ໃນລະດັບດີ, ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງການຄວາມສະ ຫງົບ ແລະ ວຽກງານຕ້ານຢາເສບຕິດ ກໍມີຄວາມໃກ້ຊິດ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນໍາທັງສອງປະເທດ.

ການຮ່ວມມືດ້ານການລົງທຶນ,ດ້ານເສດຖະກິດ, ການຄ້າ,ວັດທະນະທໍາ-ສັງຄົມ,ສຶກສາ ແລະ ການຮ່ວມມືໃນທ້ອງຖິ່ນ ກໍເຫັນວ່າມີການຂະຫຍາຍ ຕົວເປັນກ້າວໆ, ສອງຝ່າຍສະແດງຄວາມຍິນດີທີ່ເຫັນວ່າ ການຄ້າການລົງທຶນສອງຝ່າຍມີທ່າຂະ ຫຍາຍຕົວດີຂຶ້ນ, ການລົງທຶນຂອງກໍາປູເຈຍຢູ່ລາວ ແລະ ຂອງນັກລົງທຶນ ລາວ ຢູ່ ກໍາປູເຈຍ ກໍນັບມື້ນັບເພີ່ມຂຶ້ນ, ພ້ອມທັງ ຢືນຢັນຈະຮ່ວມກັນສືບຕໍ່ ສ້າງເງື່ອນໄຂສະດວກ ໃຫ້ແກ່ການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າຂອງສອງຝ່າຍ ໃຫ້ນັບມື້ນັບຫຼາຍຂຶ້ນ.

ພິເສດ ແມ່ນເສີມຂະຫຍາຍການຮ່ວມມືດ້ານພະລັງງານທີ່ລາວມີທ່າແຮງໃນການຜະລິດ ແລະ ສົ່ງອອກ ແລະ ກໍາປູເຈຍ ກໍມີຄວາມຕ້ອງການສູງ. ນອກນີ້,ສອງຝ່າຍ ຍັງໄດ້ແຈ້ງໃຫ້ເຊິ່ງກັນ ແລະ ກັນ ຊາບກ່ຽວກັບສະພາບການພັດທະນາເສດຖະກິດ- ສັງຄົມ ແລະ ການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19.

ສອງຝ່າຍ ໄດ້ສະເໜີໃຫ້ມີການປຶກສາຫາລືກັນກ່ຽວກັບການຟື້ນຟູເສດຖະກິດ ຫຼັງການແພ່ລະ ບາດ ຂອງພະຍາດໂຄວິດ-19, ໂດຍສະເພາະການຟື້ນຟູການທ່ອງທ່ຽວ.
ສອງຝ່າຍ ຈະສືບຕໍ່ຮ່ວມກັນເຮັດໃຫ້ສໍາເລັດ ແຜນແມ່ບົດການຈັດຕັ້ງປະຕິບັດ ຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ເພື່ອຈະເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທໍາ, ພ້ອມທັງຮ່ວມກັນຊຸກຍູ້ໃຫ້ມີການພົບປະກັນຫຼາຍຂຶ້ນຕື່ມ ລະຫວ່າງ ຂະແໜງການກ່ຽວ ຂ້ອງບົນພື້ນຖານກົນໄກ ທີ່ທັງສອງຝ່າຍ ມີແລ້ວ ເປັນຕົ້ນ ການຮ່ວມມືສອງຝ່າຍ(JC),(JBC) ແລະ ອື່ນໆ ແນໃສ່ປຶກສາຫາລື ແລະ ຈັດຕັ້ງປະຕິ ບັດບັນດາຂໍ້ຕົກລົງທີ່ການນໍາຂອງ ສອງປະເທດໄດ້ລົງນາມ ແລະ ຕົກລົງເປັນເອກະພາບກັນແລ້ວ ລວມທັງບັນຫາຊາຍແດນລະຫວ່າງ 2 ປະເທດ.

ໃນໂອກາດດຽວກັນນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້ເຊື້ອເຊີນ ສົມ ເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ພ້ອມດ້ວຍພັນລະຍາ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.

ໃນມື້ຕໍ່ມາ,ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ,ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພຣະບາດ ສົມເດັດ ພຣະບໍຣົມ ມະນຽດ ໂນໂຣດົມ ສີຫາມຸນີ, ເຈົ້າຊີວິດ ແຫ່ງຣາ ຊະອານາຈັກ ກໍາປູເຈຍ; ພົບປະກັບ ສົມເດັດ ອັກ ຄະມະຫາ ໂປເນຍ ຈັກໄກຣ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແລະ ສົມເດັດ ວິບຸນ ເສນາ ພຽກໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງ ຣາຊະອາ ນາຈັກກໍາປູເຈຍ.

ນອກນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ອານຸສາວະລີ ເຈົ້າໂນໂຣດົມ ສີຫານຸ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ໄດ້ມອບເງິນສົດ ເພື່ອຊ່ວຍ ສປປ ລາວ ໃນການຕ້ານໂຄວິດ-19 ຈໍານວນ 3.000.000 ໂດລາສະຫະລັດ, ວັກຊີນ 500.000 ໂດສ໌ ແລະ ລົດຂົນສົ່ງ ວັກຊີນອີກ 2 ຄັນ, ນອກນີ້ ພາກເອກະຊົນຂອງກໍາປູເຈຍ ຫຼາຍບໍລິສັດກໍ່ໄດ້ມອບເງິນສົມທົບເພີ່ມອີກ 10.000.000 ໂດລາສະຫະລັດ ລວມເປັນເງິນທັງໝົດຈໍານວນ 13.000.000 ໂດລາສະຫະລັດ.

Related Posts

Leave a Reply

Your email address will not be published. Required fields are marked *