Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຈີນ ປະເມີນສະຖານະການໂຄວິດ ຍັງບໍ່ພ້ອມເປີດປະເທດ
ສຳນັກຂ່າວຕ່າງປະເທດລາຍງານວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດຈີນ (CDC) ໄດ້ເຜີຍແຜ່ຜົນການສຶກສາ ປະເມີນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ ລະບຸວ່າ
ຖ້າຫາກລັດຖະບານຕັດສິນໃຈທີ່ຈະຢູ່ຮ່ວມກັບໂຄວິດ-19 ເໝືອນກັບປະເທດອື່ນໆ ແລະ ຍົກເລີກມາດຕະການຕ່າງໆ “ຄວາມອົດທົນຈະເປັນສູນ” ຕັດຕ່ອງໂສ້ການແຜ່ລະບາດທີ່ນຳໃຊ້ມາຕະຫຼອດ.
ທັງນີ້ ຜົນການສຶກສາຂອງ CDC ຮ່ວມກັບມະຫາວິທະຍາໄລປັກກິ່ງໄດ້ໃຊ້ຂໍ້ມູນຈາກສະຫະລັດອາເມຣິກາ, ຝຣັ່ງ, ອັງກິດ, ແອັດສະປາຍ ແລະ ອິດສະຣາແອນ ນຳມາຄຳນວນຜົນລັບວ່າ ຫາກລັດຖະບານຈີນດຳເນີນການຕາມນະໂຍບາຍຂອງລັດຖະບານເຫຼົ່ານີ້ກັບປະເທດຈີນແລ້ວ ຈະມີຜົນອອກມາແນວໃດ ເຊິ່ງຜົນການສຶກສາປາກົດວ່າ ຫາກຈີນໃຊ້ມາດຕະການຕາມສະຫະລັດແລ້ວ
ຈະເຮັດໃຫ້ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມສູງເຖິງ 637.155 ຄົນຕໍ່ວັນ; ຫາກໃຊ້ມາດຕະການດຽວກັບຝຣັ່ງ ຈະເຮັດໃຫ້ມີຜູ້ຕິດເຊື້ອເພີ່ມ 454.198 ຄົນຕໍ່ວັນ, ຫາກໃຊ້ມາດຕະການດຽວກັບອັງກິດ ຈະເຮັດໃຫ້ມີຜູ້ຕິດເຊື້ອເພີ່ມ 275.793 ຄົນຕໍ່ວັນ.

ນັກວິໄຈລະບຸວ່າ: ຕົວເລກຄາດການເຫຼົ່ານີ້ ມາຈາກການໃຊ້ສູດຄຳນວນທາງຄະນິດສາດເທົ່ານັ້ນ ແຕ່ກໍເປັນຂໍ້ມູນເຕືອນວ່າ ຂະນະນີ້ ປະເທດຈີນ ຍັງບໍ່ມີຄວາມພ້ອມໃນການ ເປີດເມືອງ ເໝືອນກັບບັນດາປະເທດຕາເວັກຕົກ
ເຊິ່ງຕັດສິນໃຈຈາກຄວາມເຊື່ອໃນສົມມຸດຖານການສັກວັກຊີນເປັນຈຳນວນຫຼາຍ ຈະເຮັດໃຫ້ເກີດພູມຄຸ້ມກັນໝູ່ (Herd Immunity) ແລະ ຖ້າຫາກວ່າ ຈີນຈະເປີດປະເທດ ກໍຕ້ອງມີຂະບວນການສັກວັກຊີນທີ່ມີປະສິດທິພາບ ຍິ່ງໄປກວ່ານັ້ນ ຕ້ອງມີຊ່ອງທາງໃນການປິ່ນປົວສະເພາະດ້ານ.