ສິງກະໂປພົບຜູ້ຕິດເຊື້ອໂຄວິດ ສາຍພັນ ໂອມິຄຣອນ 2 ຄົນ ຂະນະປ່ຽນເຮືອບິນ ຢູ່ສະຫນາມບິນຊາງງີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສິງກະໂປພົບຜູ້ຕິດເຊື້ອໂຄວິດ ສາຍພັນ ໂອມິຄຣອນ 2 ຄົນ ຂະນະປ່ຽນເຮືອບິນ ຢູ່ສະຫນາມບິນຊາງງີ

ວັນທີ 30 ພະຈິກ 2021, ທາງການສິງກະໂປເດີນຫນ້າຕິດຕາມ ແລະ ກວດຫາໂຄວິດ ໃຫ້ພະນັກງານຢູ່ສະຫນາມ ບິນຊາງງີ ຫລັງກວດພົບຜູ້ໂດຍສານ 2 ຄົນ ຕິດເຊື້ອໂຄວິດກາຍພັນສາຍພັນໂອໄມຄຣອນ ຂະນະກໍາລັງປ່ຽນ ເຮືອບິນຢູ່ສະຫນາມບິນດັ່ງກ່າວ ຫລັງອອກເດີນທາງຈາກເມືອງໂຈຮັນເນສເບິກຂອງອາຟຣິກາໃຕ້ ມຸ່ງຫນ້າສູ່ຊິດນີ ຂອງອົດສະຕຣາລີ.

ໂດຍແມ່ນສາຍການບິນ Singapore Airlines ໄດ້ຮັບການຄັດກອງ ໂດຍ 1 ຄົນ ທີ່ໃກ້ຊິດກັບຜູ້ຕິດເຊື້ອ ແມ່ນໄດ້ເຂົ້າສູ່ລະບົບກັກຕົວແລ້ວ.

ສຳລັບຜູ້ຕິດເຊື້ອທັງ 2 ຄົນ ແມ່ນໄດ້ຜ່ານການກວດຫາເຊື້ອເມື່ອວັນທີ 26 ພະຈິກ ຜ່ານມາ ກ່ອນຈະອອກເດີນທາງໃນວັນຕໍ່ມາແລ້ວ, ແຕ່ຊຳ້ຜັດ ມີຜົນກວດຫາເຊື້ອເປັນບວກ ໃນໄລຍະການລໍຖ້າ ກ່ອນຈະປ່ຽນເຮືອບິນໄປອົດສະຕຣາລີ.

ໂດຍສິງກະໂປຖືເປັນປະເທດທໍາອິດໃນອາຊຽນທີ່ກວດພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ນີ້.

ຂໍ້ມູນ ລາວພັດທະນາ

Related Posts

Leave a Reply

Your email address will not be published. Required fields are marked *