Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຜູ້ຜະລິດວັກຊີນທົ່ວໂລກ ພ້ອມພັດທະນາວັກຊີນ ສູ້ໂຄວິດສາຍພັນ ‘ໂອມິຄຣອນ’ ໝັ້ນໃຈເລີ່ມຜະລິດໄດ້ຢ່າງວ່ອງໄວ
ຊິໂນແວກໝັ້ນໃຈສາມາດຜະລິດວັກຊີນມາສູ້ກັບໄວຣັສໂຄວິດ-19 ສາຍພັນໂອມິຄຣອນໄດ້ໃນເວລາອັນວ່ອງໄວ ຖ້າມີຫລັກຖານບົ່ງຊີ້ວ່າຈຳເປັນຕ້ອງພັດທະນາວັກຊີນຊະນິດໃໝ່.
ວັນທີ 29 ພະຈິກ 2021, ເວັບໄຊເຊົາໄຊນ່າມໍນິ້ງໂພສລາຍງານວ່າ: ບໍລິສັດຊິໂນແວກ ຜູ້ຜະລິດວັກຊີນສັນຊາດຈີນ ອອກມາເປີດເຜີຍວ່າ: ທາງບໍລິສັດມີຄວາມໝັ້ນໃຈວ່າຈະສາມາດຜະລິດວັກຊີນສູ້ໄວຣັສໂຄວິດ-19 ກາຍພັນຊະນິດຫລ້າສຸດ ສາຍພັນໂອມິຄຣອນ ເຊິ່ງກຳລັງແຜ່ລະບາດໃນທະວີບອາຟຣິກາ ແລະ ແຜ່ກະຈາຍໄປຫລາຍປະເທດທົ່ວໂລກແລ້ວໃນປັດຈຸບັນ ໄດ້ປະລິມານຫລາຍໃນເວລາອັນວ່ອງໄວ ຖ້າມີຄວາມຈຳເປັນ ແຕ່ຕ້ອງໄດ້ຮັບການອະນຸມັດຈາກໜ່ວຍງານດ້ານກົດລະບຽບກ່ອນ ແລະ ມີຫລັກຖານບົ່ງຊີ້ວ່າມີຄວາມຈຳເປັນຕ້ອງພັດທະນາວັກຊີນຊະນິດໃໝ່ເພື່ອມາສູ້ກັບເຊື້ອດັ່ງກ່າວ.
ຊິໂນແວກເຜີຍວ່າ: “ເຕັກໂນໂລຊີ ແລະ ການຜະລິດວັກຊີນປ້ອງກັນໄວຣັສສາຍພັນໂອມິຄຣອນນີ້ຄືກັນກັບສາຍພັນດັ້ງເດີມ ເຮົາຈຶ່ງສາມາດກຽມວັກຊີນເພື່ອທຳການວິໄຈໄດ້ຢ່າງວ່ອງໄວຫລັງຈາກມີການຄັດແຍກສາຍພັນອອກມາແລ້ວ. ດັ່ງນັ້ນ ການຜະລິດວັກຊີນຊະນິດໃໝ່ຈຶ່ງບໍ່ແມ່ນບັນຫາແຕ່ຢ່າງໃດ”.
ເຖິງຢ່າງໃດກໍຕາມ, ຊິໂນແວກລະບຸວ່າ: ການຜະລິດວັກຊີນຊະນິດໃໝ່ຂຶ້ນມານັ້ນ ຈຳເປັນຕ້ອງມີການສຶກສາລາຍລະອຽດຂອງໄວຣັສໂຄວິດ-19 ສາຍພັນໂອມິຄຣອນກ່ອນ ແລະ ຕ້ອງໄດ້ຮັບການອະນຸມັດໃຫ້ຜະລິດຕາມຂໍ້ກຳນົດດ້ານກົດລະບຽບ ເຊິ່ງຕອນນີ້ຍັງໄວເກີນໄປທີ່ຈະບອກວ່າມີຄວາມຈຳເປັນຕ້ອງພັດທະນາ ຫລື ຜະລິດວັກຊີນຊະນິດໃໝ່ເພື່ອມາສູ້ກັບໄວຣັສສາຍພັນນີ້.
ຊິໂນແວກເປີດເຜີຍຕໍ່ໄປວ່າ: ບໍລິສັດກຳລັງຕິດຕາມການສຶກສາເລື່ອງໄວຣັສສາຍພັນໃໝ່ຢ່າງໃກ້ຊິດ ລວມທັງການເກັບຮວບຮວມຕົວຢ່າງຈາກຕົວແປຕ່າງໆທີ່ກ່ຽວຂ້ອງກັບໄວຣັສສາຍພັນໂອມິຄຣອນຜ່ານເຄືອຂ່າຍພັນທະມິດທົ່ວໂລກ ເພື່ອພິຈາລະນາວ່າມີຄວາມຈຳເປັນຕ້ອງພັດທະນາວັກຊີນຊະນິດໃໝ່ຂຶ້ນມາ ຫລື ບໍ່.
ຜູ້ຜະລິດວັກຊີນສັນຊາດຈີນຢືນຢັນວ່າ: “ຖ້າຈຳເປັນ ເຮົາຈະສາມາດພັດທະນາ ແລະ ເດີນໜ້າຜະລິດວັກຊີນຊະນິດໃໝ່ໄດ້ຢ່າງວ່ອງໄວ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກ”.
ນອກຈາກຊິໂນແວກແລ້ວ ຜູ້ຜະລິດວັກຊີນທົ່ວໂລກຕ່າງອອກມາເຄື່ອນໄຫວ ຫລັງພົບການແຜ່ລະບາດຂອງໄວຣັສໂຄວິດ-19 ສາຍພັນໂອມິຄຣອນທີ່ພົບຄັ້ງທຳອິດໃນທະວີບອາຟຣິກາ.
ກ່ອນໜ້ານີ້, ບໍລິສັດໄຟເຊີ ແລະ ໄບໂອເອນເທກ ໄດ້ອອກມາປະກາດວ່າ: ກຳລັງກຽມປັບສູດວັກຊີນຊະນິດໃໝ່ ເພື່ອຕໍ່ສູ້ກັບເຊື້ອໂຄວິດກາຍພັນ ສາຍພັນຫລ້າສຸດນີ້ ເຊັ່ນດຽວກັບບໍລິສັດໂມເດິນາ ທີ່ມີແຜນກຽມທົດລອງວັກຊີນເຂັມກະຕຸ້ນ ເພື່ອຕໍ່ສູ້ກັບເຊື້ອໂຄວິດສາຍພັນໂອມິຄຣອນ ຖ້າວັກຊີນທີ່ໃຊ້ຢູ່ໃນເວລານີ້ບໍ່ມີປະສິດທິພາບພຽງພໍ ໂດຍຄາດວ່າຈະສາມາດຜະລິດວັກຊີນຊະນິດໃໝ່ໄດ້ຕົ້ນປີໜ້າ.
ອ້າງອີງ: