Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ພຽງ 2 ວັນ ມີຜູ້ມາກວດໂຄວິດ-19 ແຕ່ປິດບັງອາຊີບຕົນເອງ ເຖິງ 261 ຄົນ.

ໃນວັນທີ 1 ທັນວາ 2021 ນີ້ ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ມື້ວານນີ້ ຄະນະສະເພາະກິດໄດ້ແຈ້ງວ່າ ມີຜູ້ມາກວດຊອກຫາເຊື້ອໂຄວິດບາງກຸ່ມ ໃນນະຄອນຫຼວງວຽງຈັນ ປິດບັງອາຊີບຕົນເອງ, ຊຶ່ງມື້ວານນີ້ມີທັງໝົດ ເຖິງ 180 ຄົນ,

ສ່ວນມື້ນີ້ ມີອີກ 81 ຄົນ. ຂໍຢໍ້າໃຫ້ທ່ານຊາບວ່າ ພຽງສອງວັນ ມີຜູ້ມາກວດ ແຕ່ປິດບັງອາຊີບ ມີເຖິງ 261 ຄົນ. ເຖິງວ່າທ່ານຈະມີເຫດຜົນສ່ວນໂຕກໍ່ຕາມ ແຕ່ທ່ານເຈດຕະນາປິດບັງອາຊີບຂອງຕົນ

ຖ້າຫາກທ່ານຕິດເຊື້ອ ຈະກາຍເປັນໄພງຽບ ຕໍ່ຄົນອ້ອມຂ້າງຂອງທ່ານ ທີ່ບໍ່ສາມາດຮັບຮູ້ ແລະ ລະວັງຕົວເອງໄດ້.

ສະນັ້ນ ຂໍຮຽກຮ້ອງໃຫ້ຜູ້ມາກວດທຸກທ່ານຈົ່ງຈິງໃຈ, ຄວນລະບຸອາຊີບຂອງຕົນໃຫ້ຈະແຈ້ງ ເພື່ອຊ່ວຍກັນສະກັດກັ້ນການແຜ່ເຊື້ອໃນນະຄອນຫຼວງວຽງຈັນ.

Related Posts

Leave a Reply

Your email address will not be published. Required fields are marked *