Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແຈ້ງການດ່ວນທີ່ສຸດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ເລກທີ1595/ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 01 ທັນວາ 2021
ເລື່ອງ: ທິດຊີ້ນໍາໃຫ້ບັນດາແຂວງທົ່ວປະເທດ ຈັດຕັ້ງຮັບຟັງ ແລະ ຮັບຊົມ ການຖ່າຍທອດສົດພິທີເປີດການນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ໃນວັນສຸກ ວັນທີ 03 ທັນວາ 2021.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະຊີ້ນໍາ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາຍັງທ່ານຊາບ ດັ່ງນີ້:

ເຫັນດີໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດຈັດຕັ້ງການຮັບຟັງ ແລະ ຮັບຊົມ ການຖ່າຍທອດສົດ ພິທີ ເປີດການນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ໃນວັນສຸກ ວັນທີ 03 ທັນວາ 2021
ເລີ່ມຕັ້ງແຕ່ ເວລາ 14:00 ໂມງ ຫາ 16:00 ໂມງ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ຄໍາເຈນ ວົງໂພສີ