Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສາວໂສດ ຜູ້ຂັບລົດໄຟຄົນທຳອິດຂອງລາວ
ໂດຍ: ວັນໄຊ ຕະວິນຍານ
ນາງ ສົມພອນ ອິນເລິງສີ ເຕີບໂຕມາຈາກຄອບຄົວຊາວນາ ຢູ່ບ້ານສິລິເຮື່ອງ ເມືອງສິງ ແຂວງຫຼວງນໍ້າທາ. ຈົບການສຶກສາຊັ້ນມັດທະຍົມສົມ ບູນຢູ່ໂຮງຮຽນ ມສ ບ້ານກາງໃໝ່ ເມືອງສິງ ຈາກນັ້ນໄດ້ຮັບທຶນໄປສຶກສາຕໍ່ຊັ້ນສູງ (ລະບົບ 3 ປີ) ຂະແໜງເຄຫາສະຖານ ຢູ່ມະຫາວິທະຍາໄລຜ້າແພ ເສີນຕູ ສປ ຈີນ, ຈົບຊັ້ນສູງແລ້ວຮຽນຕໍ່ຊັ້ນປະລິນຍາຕີ ສາຂາບໍລິຫານການກໍ່ສ້າງ ຫຼື ບໍລິຫານໂຄງການ (ລະບົບ 2 ປີ) ຢູ່ມະຫາວິທະຍາໄລມຽນຢາງ ສປ ຈີນ.
ທ້າຍປີ 2019 ຈົບການສຶກສາກັບມາລາວ ຈຶ່ງໄດ້ມາສະໝັກເຮັດວຽກຢູ່ບໍລິສັດທ່ອງທ່ຽວ ຢູ່ແຂວງຫຼວງພະບາງໄດ້ 6 ເດືອນແລ້ວລາອອກ. ຕໍ່ມາໄດ້ສະໝັກເຮັດວຽກຢູ່ບໍລິສັດບໍ່ແຮ່ຂອງຈີນ ຕັ້ງຢູ່ເມືອງກາສີ ແຂວງວຽງຈັນ ຕໍາແໜ່ງຜູ້ແປພາສາ ແລະ ບັນຊີໄດ້ (6 ເດືອນ).
ກ່ອນຈະກ້າວເຂົ້າສູ່ເປັນຜູ້ຂັບລົດໄຟ ນາງ ສົມພອນ ເລົ່າສູ່ຟັງວ່າ: ລາວເຫັນປະກາດຮັບສະໝັກພະນັກງານຂອງບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ ທາງສື່ອອນລາຍ. ລາວຈຶ່ງຂຽນແບບຟອມສະໝັກໃນຕໍາແໜ່ງ ຜູ້ຂັບລົດໄຟ. ກໍຍ້ອນມີຄວາມໄຝ່ຝັນຢາກເປັນຜູ້ຂັບລົດໄຟຍິງຊຸດທຳອິດຂອງປະເທດລາວ. ປະມານ 10 ວັນ ທາງບໍລິສັດຈຶ່ງຕອບຮັບ ແລະ ນັດມາສໍາພາດ ການທີ່ຈະໄດ້ເຂົ້າມາເປັນສ່ວນໜຶ່ງຂອງບໍລິສັດທາງລົດໄຟລາວ-ຈີນ ບໍ່ແມ່ນເລື່ອງງ່າຍສຳລັບນ້ອງ, ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນໄດ້ຄັດເລືອກຢ່າງເຄັ່ງຄັດ, ບໍລິສັດໄດ້ຄັດເລືອກພະນັກງານຊຸດທຳອິດ
ຈາກເອກະສານຈໍານວນ 2.000 ກວ່າຄົນໃຫ້ເຫຼືອພຽງ 600 ກວ່າຄົນ ເພື່ອເອົາມາສຳພາດໃຫ້ໄດ້ຈຳນວນ 200 ກວ່າຄົນ. ເມື່ອຖືກຄັດເລືອກເຂົ້າມາແລ້ວ ພະນັກງານທຸກຄົນຕ້ອງໄດ້ຝຶກອົບຮົມພາສາຈີນພາກເລີ່ມຕົ້ນຢູ່ສະຖາບັນຂົງຈືເປັນເວລາເຖິງ 10 ອາທິດ. ຫຼັງຈາກຈົບພາສາຈີນພາກເລີ່ມຕົ້ນ ກໍໄດ້ເຂົ້າຮຽນສັບເຕັກນິກກ່ຽວກັບທາງລົດໄຟອີກເປັນເວລາ 4 ເດືອນປາຍ, ການຮຽນສັບເຕັກນິກກ່ຽວກັບທາງລົດໄຟນ້ອງຮູ້ສຶກວ່າຍາກຫຼາຍ, ເພາະສາຂາທີ່ຮຽນຈົບມາຈາກຈີນກໍບໍ່ໄດ້ກ່ຽວຂ້ອງກັບລົດໄຟເລີຍ. ສະນັ້ນ,ຈຶ່ງໄດ້ອົດທົນຄົ້ນຄວ້າຮໍ່າຮຽນໃຫ້ໄດ້. ປັດຈຸບັນໄດ້ມີການລົງຝຶກອົບຮົມຕົວຈິງຢູ່ບໍລິສັດປູລາງລົດໄຟເລກ 2 ສປຈີນ.
ຕອນທ້າຍລາວກ່າວວ່າ: ລົດໄຟບໍ່ພຽງແຕ່ເປັນຍານພາຫະນະຂົນສົ່ງຜູ້ໂດຍສານເທົ່ານັ້ນ ແຕ່ລົດໄຟຍັງເຮັດການຂົນສົ່ງສິນຄ້າໄດ້ຢ່າງຫຼວງຫຼາຍ ແລະ ສະດວກອີກທາງໜຶ່ງ, ເປັນການຄົມມະນາຄົມທາງບົກທີ່ຈະນຳຄວາມຈະເລີນກ້າວໜ້າມາໃຫ້ກັບປະເທດຊາດ, ເຮັດໃຫ້ເສດຖະກິດຂອງປະເທດຂະຫຍາຍຕົວອີກດ້ວຍ.
ອາຊີບຜູ້ຂັບລົດໄຟ ຫຼື ວຽກງານທາງລົດໄຟສ່ວນຫຼາຍຈະເປັນວຽກຂອງຜູ້ຊາຍ ແຕ່ນ້ອງເຊື່ອໝັ້ນ ວ່າຜູ້ຍິງກໍສາມາດຂັບລົດໄຟ ໄດ້, ເຮັດໜ້າທີ່ຂອງບໍລິສັດມອບໝາຍໃຫ້ບໍ່ໄດ້ດ້ອຍກວ່າຜູ້ຊາຍ ເຖິງວ່າປັດຈຸບັນ, ຍັງບໍ່ທັນໄດ້ ເປັນພະນັກງານຂອງບໍລິສັດ ລົດໄຟລາວ-ຈີນຢ່າງສົມບູນແບບ ແຕ່ນ້ອງກໍຈະພະຍາຍາມ
ເຮັດໜ້າທີ່ຂອງຕົນເອງທີ່ໄດ້ຮັບມອບໝາຍຈາກບໍລິສັດໃຫ້ດີທີ່ສຸດ,ຈະຕັ້ງໃຈຄົ້ນຄວ້າຮ່ຳຮຽນວິຊາສະເພາະຂອງຕົນໃຫ້ມີຄວາມຊໍານານ. ທັງເປັນແບບ ຢ່າງອັນດີໃຫ້ແກ່ໝູ່ເພື່ອນ ພາຍໃນບໍລິສັດ ເພື່ອໃຫ້ໄດ້ ເປັນສ່ວນໜຶ່ງຂອງບໍລິສັດລົດ ໄຟລາວ-ຈີນ, ເປັນຜູ້ຂັບລົດໄຟຍິງຄົນລາວຜູ້ທໍາອິດ ເພື່ອຮັບໃຊ້ຜູ້ໂດຍສານໃຫ້ໄປເຖິງຈຸດໝາຍດ້ວຍຄວາມປອດໄພ.