ອົງການອະນາໄມໂລກ ເຕືອນຄຳສັ່ງຫ້າມເດີນທາງບໍ່ຊ່ວຍສະກັດໂອໄມຄຣອນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ອົງການອະນາໄມໂລກ ເຕືອນຄຳສັ່ງຫ້າມເດີນທາງບໍ່ຊ່ວຍສະກັດໂອໄມຄຣອນ

ຂປລ.ຕາມ​ຂ່າວ​ຈາກ ​ເຈ​ນີວາ,ວັນ​ທີ1​ທັນວາ2021,ອົງກາ​ນ ອະນາ​ໄມ​ໂລກ ​ເຕືອນ​ວ່າ: ການ​ໃຊ້​ມາດ​ຕະການ ຫ້າມ​ການ​ເດີນທາງ ແບບກວ້າງຂວາງ​ ໄປ​ທົ່ວ

ຈະ​ບໍ່​ຊ່ວຍ​ປ້ອງ​ກັນ​ ການ​ແຜ່​ລະບາດ ເຊື້ອ​ພະຍາດ ໂຄ​ວິດ-19ສາຍ​ພັນ​ໃໝ່ ​ໂອ​ໄມ​ຄຣອນ ທ່າມກາງ ສະຖານະ​ການ​ ຫລາຍ​ປະ​ເທດ​ ເລັ່ງປະກາດ ​ໃຊ້​ມາດ​ຕະການ ​ດັ່ງກ່າວ ​ຫລາຍ​ຂຶ້ນ

​ໃນ​ຂະນະ​ທີ່ ພາກ​ພື້ນ​ ອາ​ເມ​ລິ​ກາ ລາຕິນ ກວດ​ພົບ ​ຜູ້​ຕິດ​ເຊື້ອ ​​ໂຄ​ວິດ ສາຍ​ພັນ ​ໂອ​ໄມ​ຄຣອນ​ແລ້ວ2​ຄົນ ພາຍຫລັງ ທ່ານ ທີ​ໂດຣສ ອັດ​ຮານ​ອມ ກີບຣີ​ເຢຊຸ​ສ,ຜູ້ອຳນວຍການ ​ອົງການ​ ອະນາ​ໄມ​ໂລກ ກ່າວ​ວ່າ:​ຄວາມ​ເຂົ້າ​ໃຈ​ວ່າ ​ປະ​ເທດ​ຕ່າງໆ ຕ້ອງ​ຫາ​ທາງ​ປົກ​ປ້ອງ ​ພົນລະ​ເມືອງ ​ຂອງ​ຕົນ

ຈາກ​ເຊື້ອ​ພະຍາດ​ ໂອ​ໄມ​ຄຣອນ ທີ່​ຍັງ​ບໍ່​ມີ​ຂໍ້​ມູນ​ ອະທິ​ບາຍ​ ຢ່າງ​ລະອຽດ ​ແຕ່​ຮຽກຮ້ອງ​ ໃຫ້​ທົ່ວ​ໂລກ ຢ່າ​ແຕກ​ຕື່ນ ຕົກ​ໃຈຫລາຍ ​ໃຫ້​ຮ່ວມ​ມື ​ແລະ ​ເຮັດ​ວຽກ​ ຮ່ວມ​ກັນ​ ຢ່າງ​ຕໍ່​ເນື່ອງ ພ້ອມ​ທັງ​ ຮຽກຮ້ອງ​ ໃຫ້​ປະ​ເທດ​ຕ່າງໆ

​ໃຊ້​ມາດ​ຕະການ ຄວບ​ຄຸມ​ເຊື້ອ​ພະຍາດ ​ດັ່ງກ່າວ ຢ່າງ​ສົມ​ເຫດ ​ສົມ​ຜົນ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *