ກໍາປູເຈຍ ມອບວັກຊິນຊີໂນແວັກ 500.00 ໂດສ ພ້ອມລົດຂົນສົ່ງວັກຊິນ 3 ຄັນ ໃຫ້ແກ່ ສປປ ລາວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກໍາປູເຈຍ ມອບວັກຊິນຊີໂນແວັກ 500.00 ໂດສ ພ້ອມລົດຂົນສົ່ງວັກຊິນ 3 ຄັນ ໃຫ້ແກ່ ສປປ ລາວ

ຂປລ. ລັດຖະບານ ແລະ ປະຊາຊົນແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ມອບວັກຊິນ ຊີໂນແວັກ (Sinovac) ຈໍານວນ 500.000 ໂດສ ແລະ ລົດຂົນສົ່ງວັກຊິນ ຈໍານວນ 3 ຄັນ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ພິທີມອບ-ຮັບ ໄດ້ມີຂຶ້ນ ໃນວັນທີ 3 ທັນວາ 2021 ທີ່ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບໂດຍ, ທ່ານ ສຈ ມອມ ບຸນເຮັງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍ, ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ; ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມມົນຕີ ແຫ່ງ ສປປ ລາວ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ພ້ອມດ້ວຍຄະນະນໍາ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ຂອງທັງສອງຝ່າຍ.

ທ່ານ ສຈ ມອມ ບຸນເຮັງ ຕາງໜ້າໃຫ້ລັດຖະບານ ຣາຊະອານາຈັກກໍາປູເຈຍ ກ່າວວ່າ: ການປະກອບສ່ວນມອບ ວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ລົດຂົນສົ່ງວັກຊີນ ໃນມື້ນີ້ ກໍເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ, ເຊິ່ງເປັນນໍ້າຈິດນໍ້າໃຈໃນນາມເປັນອ້າຍນ້ອງ ແລະ ຄວາມສະໝານສາມັກຄີ ຂອງປະຊາຊົນສອງຊາດ ໃນເວລາທີ່ທົ່ວໂລກກໍາລັງປະສົບກັບບັນຫາທີ່ບໍ່ເຄີຍມີມາກ່ອນ.

ເພື່ອການນໍາມາເຊິ່ງສັນຕິພາບ ຄວາມຍືນຍົງ ແລະ ຄວາມສະຫງົບສຸກ ການພັດທະນາ ປະກອບດ້ວຍໝາກຜົນຂອງສອງຊາດ ໄປຈົນເຖິງ ປະຊາຊົນທັງສອງປະເທດເຮົາ ກໍຈະຮ່ວມສ້າງຄວາມສາມັກຄີ ຄວາມສະຫງົບສຸກ ຄວາມຍືນຍົງ ແລະ ການພັດທະນາໃນພາກພື້ນ.

ໂອກາດນີ້, ທ່ານ ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງສູງ ໄປຍັງລັດຖະບານ ແລະ ປະຊາຊົນກຳປູເຈຍ ອ້າຍນ້ອງ ໂດຍສະເພາະ ແມ່ນ ສົມເດັດ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ທີ່ໄດ້ມີຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍ ແລະ ໄດ້ໃຫ້ການຊ່ວຍເຫລືອອັນມີຄ່າແກ່ລັດຖະບານ ກໍຄືປະຊາຊົນລາວ

ໂດຍຕະ ຫລອດມາ ແລະ ການຊ່ວຍເຫລືອໃນມື້ນີ້ ເປັນຄັ້ງທີ 3 ທີ່ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ໃຫ້ການຊ່ວຍເຫລືອແກ່ລັດຖະບານ ແລະ ປະຊາຊົນລາວ. ການຊ່ວຍເຫລືອດັ່ງກ່າວ ຈະປະກອບສ່ວນອັນສຳຄັນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະ ຍາດໂຄວິດ-19 ທີ່ ສປປ ລາວ ກໍາລັງປະເຊີນຢູ່ໃນປັດຈຸບັນ, ໂດຍສະເພາະການສ້າງພູມຄຸ້ມກັນໃຫ້ແກ່ຊຸມຊົນ ແລະ ການບັນລຸແຜນການສັກຢາວັກຊີນ ໃຫ້ພົນລະເມືອງໃຫ້ໄດ້ 50% ໃນທ້າຍປີ 2021 ທີ່ລັດຖະບານໄດ້ກຳນົດໄວ້.

ໃນຂະນະດຽວກັນກໍ່ສ້າງຄວາມພ້ອມ ໃຫ້ແກ່ການກັບມາດຳລົງຊິວິດປົກກະຕິແບບໃໝ່ ແລະ ຟື້ນຟູເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຕໍ່ໄປ.

ຂ່າວ-ພາບ: ທັດຊະນະ

Related Posts

Leave a Reply

Your email address will not be published. Required fields are marked *