Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຟາຍເຊີ ເລັ່ງພັດທະນາວັກແຊັງຮັບມືໂອໄມຄຣອນໂດຍສະເພາະ
ສຳນັກຂ່າວເອເອຟພີລາຍງານວ່າ ທ່ານ ອັລເບີດ ບູຣ໌ລາ ຜູ້ບໍລິຫານບໍລິສັດຟາຍເຊີ ຜູ້ຜະລິດຢາລາຍໃຫຍ່ຂອງສະຫະລັດອາເມຣິກາເປີດເຜີຍວ່າ:
ບໍລິສັດໄດ້ເລີ່ມຂະບວນການເພື່ອຜະລິດວັກຊີນທີ່ເນັ້ນໃສ່ເພື່ອປ້ອງກັນສາຍພັນໂອໄມຄຣອນໂດຍສະເພາະຂຶ້ນແລ້ວ ເພື່ອວ່າ ກໍລະນີວັກຊີນທີ່ມີໃນປັດຈຸບັນບໍ່ສາມາດປ້ອງກັນສາຍພັນດັ່ງກ່າວໄດ້.

ຜູ້ບໍລິຫານຟາຍເຊີກ່າວອີກວ່າ: ນັກວິທະຍາສາດຂອງບໍລິສັດໄດ້ເລີ່ມທົດລອງວັກຊີນຟາຍເຊີກັບເຊື້ອໂອໄມຄຣອນ ມາຕັ້ງແຕ່ວັນທີ 26 ພະຈິກຜ່ານມາ ແລະ ຖ້າຫາກວ່າ ວັກຊີນຂອງຟາຍເຊີທີ່ມີໃນປັດຈຸບັນບໍ່ສາມາດປ້ອງກັນສາຍພັນດັ່ງກ່າວໄດ້ ຫຼື ມີປະສິດທິພາບຕ່ຳລົງ, ທາງບໍລິສັດກໍຕ້ອງພັດທະນາວັກຊີນຊະນິດໃໝ່ຂຶ້ນມາອີກ.

ພ້ອມສະແດງຄວາມໝັ້ນໃຈວ່າ ຢາເມັດ ແພັກໂລວິດ ຂອງບໍລິສັດຟາຍເຊີ ຍັງຈະສາມາດປິ່ນປົວຜູ້ຕິດເຊື້ອ ໂອໄມຄຣອນໄດ້ຢ່າງແນ່ນອນ.