Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
14 ຂໍ້ທີ່ຄວນຮູ້ກ່ຽວກັບລົດໄຟລາວ-ຈີນ ທາງລົດໄຟຈີນ-ລາວ ເປີດນຳໃຊ້ຢ່າງເປັນທາງການ
ແຫລ່ງຂ່າວ CRI. ວັນທີ 3 ທັນວານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ, ປະທານປະເທດແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີເປີດນຳໃຊ້ທາງລົດໄຟຈີນ-ລາວ ຢ່າງເປັນທາງການໂດຍຮູບແບບຜ່ານທາງວິດີໂອ.ມື້ນີ້ ວາລະສານທາເກັດ ຂໍສະຫຼຸບເນື້ອໃນໃຈຄວາມມາໃຫ້ບັນດາທ່ານດັ່ງນີ້:
1. ທາງລົດໄຟຈີນ-ລາວ ທີ່ມີຄວາມຍາວ 1.035 ກິໂລແມັດ
2. ຊ່ວຍໃຫ້ປະເທດລາວ ບັນລຸຄວາມມຸ່ງຫວັງ ຂອງຕົນໃນການຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດ ເຊື່ອມ ໂຍງເຊື່ອມຈອດກັບພາກພື້ນ
3. ຊ່ວຍຊຸກຍູ້ການພັດທະນາໃນດ້ານຕ່າງໆ ເຊັ່ນ: ການທ່ອງທ່ຽວ, ກະສິກຳ ແລະ ການສ້າງຕົວເມືອງທັນສະໄໝ ຢູ່ລຽບຕາມແລວທາງລົດໄຟ
4. ປະເທດຈີນ ໄດ້ກາຍເປັນປະເທດແຫລ່ງລົງທຶນຕ່າງປະເທດ ໃຫຍ່ອັນດັບໜຶ່ງ ແລະຄູ່ຮ່ວມການຄ້າໃຫຍ່ອັນດັບສອງຂອງປະເທດລາວ, ບັນລຸເຖິງ 14,89 ຕື້ຢວນ, ເພີ່ມຂຶ້ນ 36,8%
5. ແຕ່ກ່ອນການຂົນສົ່ງສິນຄ້າຈາກຈີນໄປລາວ ຕ້ອງໃຊ້ ເວລາ 20 ກວ່າມື້, ຖ້າຂົນສົ່ງໂດຍລົດໄຟຈະໃຊ້ເວລາພຽງແຕ່ 4- 5 ວັນເທົ່ານັ້ນ
6. ທາງລົດໄຟຈີນ-ລາວ ໃນ ຖານະເປັນສາຍພານຂອງລາວທີ່ເຊື່ອມຕໍ່ກັບຕ່ອງໂສ້ການສະໜອງຂອງ ໂລກຈະສາມາດສ້າງລາຍຮັບລວມໃຫ້ແກ່ປະເທດລາວ ເພີ່ມຂຶ້ນ 21%
7. ເປັນແຮງດຶງດູດນັກລົງທຶນເຂົ້າສູ່ປະເທດລາວ ນັບມື້ນັບຫລາຍ ຂຶ້ນ
8. ທາງລົດໄຟສາຍນີ້ຈະຫລຸດຄ່າຂົນສົ່ງລະຫວ່າງ ນະຄອນຫລວງວຽງຈັນ ຂອງປະເທດລາວ ແລະ ນະຄອນຄຸນໝິງ ແຂວງຢຸນໜານປະເທດຈີນ ໃຫ້ຕຳ່ລົງ 40-50%
9. ແຕ່ລະປີການຄ້າຂ້າມຊາຍແດນຜ່ານ ປະເທດລາວ ຕາມແລວທາງລົດໄຟຈີນ-ລາວ ຈະບັນລຸເຖິງ 3,9 ລ້ານໂຕນ.
10. ໃນໄລຍະ 5 ປີຜ່ານມາ ທີ່ເລີ່ມລົງມືກໍ່ສ້າງທາງລົດໄຟຈີນ-ລາວ, ໄດ້ສ້າງໂອກາດມີວຽກເຮັດງານທຳ ໃຫ້ແກ່ປະຊາຊົນທ້ອງຖິ່ນຫລາຍກວ່າ 1 ລ້ານ 1 ໝື່ນເທື່ອຄົນ
11. ຊ່ວຍເຫລືອ ບ້ານທີ່ລຽບຕາມແລວທາງລົດໄຟ ສ້າງເສັ້ນທາງປູຢາງ ແລະສ້າງຮ່ອງນຳ້ ປະມານ 2.000 ກິໂລແມັດ,ຈັດຊື້ວັດສະດຸກໍ່ສ້າງຈາກທ້ອງຖິ່ນ ມີມູນຄ່າ ຫລາຍກວ່າ 5,1 ຕື້ຢວນ.
12. ຊາວບ້ານຕັ້ງຄວາມຫວັງວ່າຈະເປີດຮ້ານອາຫານ, ໂຮງແຮມເຮືອນພັກ ແລະອື່ນໆ ຢູ່ລຽບຕາມທາງລົດໄຟຈີນ-ລາວ, ຈະຂົນສົ່ງໝາກໄມ້ ແລະສັດປີກຂອງຕົນ ໄປຄ້າຂາຍຢູ່ຊາຍແດນລາວ-ຈີນ, ເພື່ອດຳເນີນທຸລະກິດກັບຄົນຈີນ.
13. ໃຊ້ເວລາພຽງ 4 ຊົ່ວໂມງ ເທົ່ານັ້ນ ໃນການເດີນທາງ ຈາກນະຄອນຫລວງວຽງຈັນ ຫາເຂດຊາຍແດນລະຫວ່າງ ລາວ-ຈີນ
14. ຄາດວ່າຈະມີປະຊາຊົນລາວ 4 ລ້ານຄົນ ແລະ ນັກທ່ອງທ່ຽວຫລາຍກວ່າ 10 ລ້ານຄົນໃຊ້ລົດໄຟຈີນ-ລາວ ໃນ ແຕ່ລະປີ.
ຂໍ້ມູນ ຂປລ.