ກໍ່ເຫດທໍາຮ້າຍຮ່າງກາຍແລ້ວເອົາຕົວຫຼົບໜີໄປລີ້ຢູ່ໃນເຮືອນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກໍ່ເຫດທໍາຮ້າຍຮ່າງກາຍແລ້ວເອົາຕົວຫຼົບໜີໄປລີ້ຢູ່ໃນເຮືອນ

ເວລາປະມານ 8:30 ໂມງຂອງວັນທີ 1 ທັນວາ 2021 ປກສ ກຸ່ມ VI ໜອງໜ້ຽວ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນວຽງຈັນ ໄດ້ຮັບແຈ້ງຈາກບ້ານວຽງຄຳ ວ່າ: ມີເຫດການທຳຮ້າຍຮ່າງກາຍ ຢູ່ບ້ານວຽງຄຳ ເມືອງສີໂຄຕະບອງ ນະຄອນຫຼວງວຽງຈັນ.

ພັທ ຄຳຊ່ຽນ ມະນີວົງ ຫົວໜ້າ ປກສ ກຸ່ມ VI ໜອງໜ້ຽວ ໃຫ້ຮູ້ວ່າ: ພວກເຮົາໄດ້ລົງສະຖານທີ່ເກີດເຫດ ຫຼັງຈາກໄດ້ຮັບແຈ້ງຄວາມ ພົບເຫັນຜູ້ກໍ່ເຫດຊື່ ທ້າວ ຕ້ອຍ ອາຍຸ 25 ປີ ປະຊາຊົນ ບ້ານວຽງຄຳ ເມືອງສີໂຄດຕະບອງ ຜ່ານການສອບຖາມຜູ້ກ່ຽວໄດ້ຕີ ທ້າວ ຜາຍ ແທ້ ດ້ວຍການໃຊ້ເຫຼັກ ຍ້ອນຄວາມມືນເມົາ ເນື່ອງຈາກຕົນເອງທັ່ງລົດຈັກສຽງດັງສ້າງຄວາມເນື່ອງນັນ ເຊິ່ງຄູ່ກໍລະນີບໍ່ພໍໃຈແລ້ວມາຫໆ ຈື່ງໄດ້ລົງມືກໍ່ເຫດ ຫຼັງຈາກກໍ່ເຫດແລ້ວຖືກເຈົ້າໜ້າທີ່ເຂົ້າຄວບຄຸມ.

ຖ້າພົບເຫັນເຫດອາລະວາດຕີກັນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທີ່ຢູ່ໃກ້ທີ່ສຸດ ຫຼື ຜ່ານທາງເບີວອດແອບ 02028899774 ຫຼື ເຟດບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *