ປະທານສະພາແຫ່ງຊາດລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ປະທານສະພາແຫ່ງຊາດລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຂປລ. ຕອນເຊົ້າວັນທີ 6 ທັນວາ 2021 ນີ້, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ເດີນທາງມາເຖິງຮ່າໂນ້ຍ,

ເລີ່ມຕົ້ນການຢ້ຽມຢາມຫວຽດ ນາມ ຢ່າງເປັນທາງການ ແຕ່ວັນທີ 6-8 ທັນວາ 2021, ຕາມຄໍາເຊີນຂອງ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຢູ່ສະໜາມບິນສາກົນໂນ້ຍບ່າຍ ຈາກ ທ່ານ ຫງຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມຄະນະ.

ສຳລັບຄະນະຜູ້ແທນທີ່ເຂົ້າຕິດຕາມນຳ ທ່ານ ໄຊສົມພອນ ພົມວິຫານ ແລະ ພັນລະຍາ ປະກອບມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ, ທ່ານນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ລາວ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້,

ທ່ານ ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກນິກ ແລະ ສິ່ງແວດລ້ອມ, ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ແລະ ທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດລາວ.

ໂດຍ: ກວຽດເຕິມ

Related Posts

Leave a Reply

Your email address will not be published. Required fields are marked *