Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ຊົມເຊີຍສິນຄ້າລາວ!!! 🇱🇦>>>>🇨🇳 #ຖ້ຽວທໍາອິດ
ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດໄດ້ໄປຮອດນະຄອນຄຸນໝິງຂອງຈີນແລ້ວ ໄລຍະທາງ 1.035 ກິໂລແມັດ
ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດ ທີ່ອອກຈາກນະຄອນຫຼວງວຽງຈັນຂອງລາວ ໄດ້ຂົນສົ່ງຢາງພາລາ ແລະ ສິນຄ້າອື່ນໆ ໄປຮອດສະຖານີລົດໄຟຫວາງເຈ່ຍຢີງຂອງນະຄອນຄຸນໝິງຂອງຈີນແລ້ວ

ໃນຕອນຄ່ຳວັນທີ 5 ທັນວານີ້, ໃນເວລາ 10 ໂມງ 30 ນາທີຂອງຕອນເຊົ້າວັນທີ 6 ທັນວານີ້, ກຸ່ມບໍລິສັດຢຸນນານນົງເຂີນ ໄດ້ຈັດພິທີມອບ-ຮັບຢາງພາລາຂອງຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດ (ນະຄອນຫຼວງວຽງຈັນ-ນະຄອນຄຸນໝິງ) ຢູ່ສະຖານີລົດໄຟດັ່ງກ່າວ.

ຕາມຂ່າວແຈ້ງວ່າ: ຢາງພາລາໃນຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວນີ້ ມີມູນຄ່າ 10 ລ້ານຢວນ, ເປັນໜຶ່ງໃນຜະລິດຕະພັນຕ່າງໆທີ່ກຸ່ມບໍລິສັດຢຸນນານນົງເຂີນໄດ້ສົ່ງເສີມການຮ່ວມມືກັບລາວໃນດ້ານຢາງພາລາ ແລະດໍາເນີນການພັດທະນາກະສິກຳແບບສັງລວມ.
ອ້າງອີງ: CRI | AEROLAOS