Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສະຫະລັດຊີ້ ໂອໄມຄຣອນ ບໍ່ອັນຕະລາຍເທົ່າເດວຕາ
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ທັນວາ 2021 ວ່າ ເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດອາເມຣິກາກ່າວວ່າ:
ເຖິງແມ່ນວ່າ ໄວຣັສກາຍພັນໂອໄມຄຣອນ ຈະແຜ່ລະບາດຢ່າງໄວວາໃນສະຫະລັດ ແຕ່ຜົນການສຶກສາເບື້ອງຕົ້ນ ບົ່ງຊີ້ວ່າ ອາດມີຄວາມອັນຕະລາຍໜ້ອຍກວ່າສາຍພັນເດວຕາ ເຊິ່ງຍັງເປັນສາເຫດຫຼັກທີ່ມີຜູ້ຕິດເຊື້ອໂຄວິດ-19 ເຂົ້າຮັບການປິ່ນປົວຢູ່ໂຮງໝໍເພີ່ມຂຶ້ນ.

ທ່ານ ດຣ. ແອນໂທນີ ເຟົາຊີ ຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອທັງເປັນຫົວໜ້າທີມທີ່ປຶກສາດ້ານສາທາລະນະສຸກຂອງປະທານາທິບໍດີ ໂຈ ໄບເດັນຂອງສະຫະລັດອາເມຣິກາ ກ່າວວ່າ: ນັກວິທະຍາສາດຈຳເປັນຕ້ອງມີຂໍ້ມູນຫຼາຍກວ່ານີ້ ກ່ອນທີ່ຈະສະຫຼຸບເຖິງຄວາມຮຸນແຮງຂອງໄວຣັສກາຍພັນໂອໄມຄຣອນ.
“ຈົນເຖິງຂະນະນີ້ ເບິ່ງຄືວ່າ ໂອໄມຄຣອນ ບໍ່ໄດ້ມີຄວາມຮຸນແຮງ ແຕ່ພວກເຮົາກໍຕ້ອງມີຄວາມລະມັດລະວັງ ກ່ອນທີ່ຈະສະຫຼຸບວ່າ ມັນບໍ່ມີຄວາມຮຸນແຮງຫຼືບໍ່? ມັນບໍ່ເຮັດໃຫ້ມີອາການຮຸນແຮງເໝືອນກັບເດວຕາ ຫຼື ບໍ່?” ທີ່ປຶກສາທຳນຽບຂາວ ກ່າວ.
ມາຮອດວັນທີ 5 ທັນວາຜ່ານມາ, ສະຫະລັດກວດພົບຜູ້ຕິດເຊື້ອກາຍພັນໂອໄມຄຣອນເກືອບ 1/3 ຂອງຜູ້ຕິດເຊື້ອທັງໝົດ ແຕ່ຜູ້ຕິດເຊື້ອສ່ວນຫຼາຍທີ່ໄປຮັບການປິ່ນປົວຢູ່ໂຮງໝໍແມ່ນຜູ້ຕິດເຊື້ອສາຍພັນເດວຕາກວມເຖິງ 99%.
ຂ່າວຈາກ ຂ່າວເສດຖະກິດ-ການຄ້າ