Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອຸຕຸເຕືອນ! ອາທິດນີ້ ອາກາດຍັງໜາວເຢັນ ຫາ ໜາວເຢັນຫຼາຍ ອາດກະທົບຕໍ່ສຸຂະພາບ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ
ຕຸເຕືອນ! ອາທິດນີ້ ອາກາດຍັງໜາວເຢັນ ຫາ ໜາວເຢັນຫຼາຍ ອາດກະທົບຕໍ່ສຸຂະພາບ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄຳເຕືອນເຝົ້າລະວັງ ສະພາບອາກາດໜາວໃນອາທິດນີ້ ໂດຍໃນວັນທີ 6 ຫາ 12 ທັນວາ 2021 ຄວາມກົດດັນອາກາດສູງ ຫຼື ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງປານກາງ ຫາ ແຮງ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽງເໝືອພັດປົກ

ຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ອຸນຫະພູມອາກາດຍັງເຢັນ ຫາ ໜາວເຢັນ ຢູ່ແຂວງ ພາກເໜືອ ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫຼາຍ.

ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ,

ອາກາດໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.