Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໄດ້ຫວາແນວນີ້! ສາວຄຽດໃຫ້ສາມີແກ້ແຄ້ນດ້ວຍການ ໄປນອນກັບອ້າຍຈົນມີລູກ
ເລື່ອງລາວນີ້ຖືກເປີດເຜີຍທາງຕິກຕັອກ ຊື່ @offically.the.rachel ຂອງສາວອາເມລິກາຊື່ຣາເຊວ ທີ່ເຈົ້າຂອງໄດ້ໂພສວີດີໂອຫຼາຍຄລິບ
ເລົ່າເລື່ອງລາວວ່ານາງຈັບໄດ້ວ່າອາດີດສາມີ (ພໍ່ຂອງລູກກົກ) ນອກໃຈນາງ ແຖມມີພຶດຕິກໍາຮຸນແຮງ ້ຮັດໃຫ້ນາງຕັດສິນໃຈແກ້ແຄ້ນດ້ວຍການໄປຫຼັບນອນກັບອ້າຍຂອງສາມີ ແຕ່ກໍ່ເກີຄວບຄຸມຈົນຕົນ້ອງມີລູກຄົນທີ່ສອງກັບອ້າຍສາມີເກົ່າ.

ເປັນໄປແລ້ວ ແມ່ລ້ຽງດ່ຽວຊາວອາເມລິກາ ໂພສເລົ່າເລື່ອງຊວນອຶ້ງ ພາຍຫຼັງທີ່ນາງເປັນແມ່ລູກສອງ ທີ່ເກີດຈາກພໍ່ຄົນລະຄົນ ແຕ່ວ່າພໍ່ທັງສອງຄົນຍັງເປັນອ້າຍນ້ອງກັນອີກ.

ແນວໃດກໍ່ຕາມ ປັດຈຸບັນນາງເປັນແມ່ລ້ຽງດ່ຽວ ທີ່ລ້ຽງລູກ 2ຄົນ ຕາມລໍາພັງ ເພາະພໍ່ເດັກທັ້ງສອງ ບໍ່ມີໃຜຄິດລ້ຽງດູລູກຂອງຕົນເອງເລີຍ.

ຈາກເລື່ອງລາວອັນຊັບຊ້ອນນີ້ ເຮັດໃຫ້ລູກທັງສອງຄົນຂອງຣາເຊວ ເປັນລູກອ້າຍລູກນ້ອງກັນ ເພາະມີພໍ່ແມ່ທີ່ເປັນອ້າຍນ້ອງກັນ ໂດຍນາງຕັດສິນໃຈວ່າຈະເລົ່າຄວາມຈິງທັງໝົເໃຫ່ລູກຟັງໃນຕອນທີ່ລູກໆໃຫຍາພໍແລ້ວ.