Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ນັກວິທະຍາສາດເຕືອນ ໃນອະນາຄົດ ພະຍາດລະບາດ ອາດຮຸນແຮງກວ່າໂຄວິດ
ສຳນັກຂ່າວຕ່າງປະເທດລາຍງານວ່າ ສາດສະດາຈານ ນາງ ຊາຣາ ກີລເບີດ ໜຶ່ງໃນທີມນັກວິໄຈ ສະຖາບັນເຈນເນີ ຂອງມະຫາວິທະຍາໄລອອກສະຟອດ ເຊິ່ງເປັນຜູ້ພັດທະນາວັກແຊັງຮ່ວມກັບບໍລິສັດແອັສຕຣາເຊເນກ້າ ກ່າວວ່າ:
ການແຜ່ລະບາດຂອງພະຍາດໂຄວິດ-19 ມາເຖິງຂະນະນີ້ ມີຜູ້ເສຍຊີວິດທົ່ວໂລກຫຼາຍກວ່າ 5,26 ລ້ານຄົນ ແລະ ໂຄວິດ ຈະບໍ່ແມ່ນພະຍາດສຸດທ້າຍທີ່ຄຸກຄາມຊີວິດການເປັນຢູ່ຂອງມະນຸດ.

ທ່ານ ກ່າວອີກວ່າ: ພະຍາດລະບາດໃນຮອບຕໍ່ໄປອາດຈະ “ຮ້າຍແຮງກວ່ານີ້” ເຊື້ອພະຍາດອາດມີຄຸນສົມບັດແຜ່ກະຈາຍງ່າຍຂຶ້ນ ຫຼື ເປັນອັນຕະລາຍແກ່ຊີວິດຂອງມະນຸດຫຼາຍກວ່ານີ້ ຫຼື ເປັນໄປໄດ້ທັງ 2 ຢ່າງ, ປະຊາຄົມໂລກ ຄວນຮ່ວມມືກັນກຽມຄວາມພ້ອມໃຫ້ດີກວ່ານີ້ ເພື່ອຮັບມືກັບເຊື້ອໄວຣັສຊະນິດໃໝ່ທີ່ອາດຈະເກີດຂຶ້ນໃນອະນາຄົດ.
ສ່ວນເຊື້ອກາຍພັນໂອໄມຄຣອນ, ສາດສະດາຈານ ກີລເບີດ ກ່າວວ່າ: ມີຄວາມເປັນໄປໄດ້ ທີ່ວັກຊີນທີ່ນຳໃຊ້ໃນປັດຈຸບັນຈະມີປະສິດທິພາບຫຼຸດລົງ ເມື່ອຕ້ອງພົບກັບເຊື້ອໂອໄມຄຣອນ, ສະນັ້ນ ທຸກຄົນຕ້ອງລະມັດລະວັງໃຫ້ດີທີ່ສຸດ ຈົນ໙ກວ່າຈະມີຂໍ້ມູນທາງວິທະຍາສາດຢັ້ງຢືນກ່ຽວກັບເຊື້ອກາຍພັນດັ່ງກ່າວນີ້.[“]

ມາຮອດວັນທີ 5 ທັນວາ 2021 ຢູ່ສະຫະຣາຊະອານາຈັກ ມີຜູ້ຕິດເຊື້ອໂອໄມຄຣອນແລ້ວ 246 ຄົນ, ເພີ່ມຂຶ້ນ 86 ຄົນ ເມື່ອທຽບກັບຈຳນວນ 150 ຄົນເມື່ອວັນທີ 4 ທັນວາ ຫຼື ເພີ່ມຂຶ້ນ 50%.