Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຊົມເຊີຍເຈົ້າໜ້າທີ່ ເຮັດແທ້ທຳຈິງ ພຽງ3ດືອນ ສາມາດ ມ້ າ ງ ຄະດີ ຢ າ ເ ສ ບ ຕິ ດ ໄດ້ເກືອບ 2000 ເລື່ອງ
ນັບແຕ່ເດືອນສິງຫາ ຫາ ເດືອນຕຸລາ ປີ 2021 ເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ, ກະຊວງປ້ອງກັນຄວາມສະຫງົບ ສາມາດມ້າງຄະດີກ່ຽວ ກັບ ຢ າ ເ ສ ບ ຕິ ດ ໃນຂອບເເຂດທົ່ວປະເທດໄດ້ທັງໝົດ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍິງ 176 ຄົນ,
ໃນນັ້ນເປັນຄົນຕ່າງປະເທດ 42 ຄົນ, ຍິງ 2 ຄົນ. ຢຶ ດ ຢ ໄດ້ 101.586.361 ເ ມັ ດ ຫລື ເທົ່າກັບ 10.158 ກິ ໂ ລ ກຼ າມ, ຢ ໄ ອ 1.593 ກິໂລກຼາມ, ເ. ຮ. ໂ. ລ. ອິ. ນ 10 ກິ ໂ ລ ກຼ າ ມ, ກັນຊາ 3.036 ກິ ໂ ລ ກຼ າ ມ ແລະ ອື່ນໆ.

ພັນເອກ ບົວພັນ ພວງມະນີ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ພາຍຫລັງສະພາແຫ່ງຊາດ ໄດ້ຮັບຮອງເອົາ 2 ວາລະແຫ່ງຊາດຂອງລັດຖະບານ.
ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອວາງແຜນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ໂດຍໄດ້ແຕ່ງຕັ້ງຄະນະຮັບ ຜິ ດ ຊອບຂັ້ນກະຊວງຢ່າງລະອຽດ. ສ່ວນການຈັດຕັ້ງປະຕິບັດວຽກງານຕົວຈິງ ໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ແຕ່ເດືອນກັນຍາ ຫາ ທັນວາ 2021 ເປັນໄລຍະກະກຽມດ້ວຍການເຜີຍແຜ່ເອກະສານ ແລະ ກະກຽມວຽກງານດ້ານຕ່າງໆ
ທີ່ກ່ຽວຂ້ອງ, ໄລຍະທີ 2 ແຕ່ເເດືອນມັງກອນ ປີ 2022 ຫາ ເດືອນ ສິງຫາ ປີ 2023 ເປັນໄລຍະຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງຮອບດ້ານ ແລະ ເຕັມຮູບແບບ ແລະ ໄລຍະທີ 3 ແຕ່ເດືອນກັນຍາ ຫາ ເດືອນທັນວາ 2023 ແມ່ນໄລຍະສະຫລຸບຄືນໝາກຜົນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ.

ຮອງຫົວໜ້າກົມໃຫ່ຍຕໍາຫຼວດ ໃຫ້ຮູ້ຕື່ມວ່າ: ເຖິງວ່າຍັງບໍ່ທັນເຖິງໄລຍະການຈັດ ຕັ້ງປະຕິບັດວຽກງານຢ່າງ ຮອບດ້ານ ແຕ່ໃນໄລຍະ 3 ເດືອນຜ່ານມາ ຄື:
ແຕ່ເດືອນສິງຫາ ຫາ ເດືອນຕຸລາ ປີ 2021 ເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ ສາມາດມ້າງຄະດີກ່ຽວກັບຢ າ ເ ສ ບ ຕິ ດ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍິງ 176 ຄົນ, ໃນນີ້ ຫລາຍກວ່າໝູ່ແມ່ນ ຢ ຈໍານວນ 101.586.361 ເມັດ ຫລື ເທົ່າກັບ 10.158 ກິ ໂ ລ ກຼ າ ມ.

ປັດຈຸບັນ ກະຊວງປ້ອງກັນຄວາມສະຫງົບ ພວມເລັ່ງໃຫ້ແຕ່ລະອົງການປົກຄອງທ້ອງຖິ່ນ ພາຍຫລັງສໍາເລັດການເຜີຍແຜ່ເອກະສານກ່ຽວ ກັບວາລະແຫ່ງຊາດແລ້ວ ໃຫ້ຮີບ ຮ້ອນສ້າງແຜນດໍາເນີນງານຂອງຕົນຢ່າງລະອຽດເພື່ອກ້າວເຂົ້າສູ່ການປະຕິບັດວຽກ ງານຕົວຈິງຢ່າງຮອບດ້ານໃນໄລຍະທີ 2 ໃຫ້ປະສົບຜົນສໍາລັດຕາມຄາດໝາຍທີ່ລັດຖະບານໄດ້ວາງໄວ້.
ພາບແລະຂໍ້ມູນ:ວິທະຍຸ-ໂທລະພາບປ້ອງກັນຄວາມສະຫງົບ