Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທົ່ວໂລກ ມີຜູ້ເສຍຊີວິດຈາກໂຄວິດ-19 ຫລາຍກວ່າ5,28ລ້ານຄົນ
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບຈົນມາຮອດ ວັນທີ8 ທັນວານີ້, ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 267 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,28 ລ້ານຄົນ.ໃນນີ້ ສ.ອາເມລິກາ ຍັງຄົງແມ່ນປະເທດ ຖືກຜົນສະທ້ອນ ຢ່າງໜັກໜ່ວງ ທີ່ສຸດ

ຈາກໂລກ ລະບາດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ ຕາມລຳດັບ. ຂະນະທີ່ ຍີ່ປຸ່ນ ສືບຕໍ່ຢັ້ງຢືນ ມີຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ ຢູ່ໃນລະດັບຕ່ຳແລະ ກວດພົບ ຜູ້ຕິດເຊື້ອໄວຣັດ ກາຍພັນ Omicron ເປັນກໍລະນີທີ 3ແລ້ວ.
ສ່ວນຢູ່ ເອີຣົບ, ວົງການການແພດ ອັງກິດ ໄດ້ຢັ້ງຢືນວ່າ: ອັງກິດ ມີຜູ້ຕິດ ເຊື້ອ Omicron ຕື່ມອີກ 90 ຄົນ, ອັນໄດ້ຍົກ ຈຳນວນ ຜູ້ຕິດເຊື້ອໄວຣັດ ສາຍພັນດັ່ງກ່າວ ຂຶ້ນເປັນ 336 ຄົນ,

ນອກຈາກນີ້ ຝລັ່ງ ຍັງກວດພົບຜູ້ຕິດເຊື້ອແລ້ວ 25 ຄົນ ແລະ ເຊື້ອພະຍາດ ກາຍພັນດັ່ງກ່າວ ພວມແຜ່ລະບາດ ເກືອບ 50 ປະເທດທົ່ວໂລກ./.
ຈາກ: ຂປລ
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ