Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ມື້ນີ້ເເມ່ສິມາເເຊປະສົບການຕິດໂຄວີດແລະວິທີຮັກສາໂດຍເເມ່ນີ້ເອງມີລູກໄດ້6ເດືອນປາຍເເລະໃນທ້ອງອີກ2ເດືອນປາຍ(ຕອນຕິດໂຄວິດ)
ແມ່ນີ້ຢູ່ເເຕ່ບ້ານເລາະນຳເເຕ່ຮ່ອມບ້ານນິລະ#ທຳອິດເເມ່ນ ລູກນ້ອຍ6ເດືອນລາວຈະມີອາການເເອ່ວສໍ້ຄີງຮ້ອນໜ່ອຍ1 ມື້ທີສອງມາລາວຄັດເເຮງແມ່ເລີຍພາໄປກວດໝໍວ່າເປັນໄຂ້ຄໍເເດງເເຕ່ລະມີໝູກຍ້ອຍນຳ(ບໍ່ເເມ່ນໂຄວິດດອກໝໍບອກ) #ເພາະບໍ່ໄດ້ຢູ່ໃນກຸ່ມສ່ຽງໝໍຈັດຢາໃຫ້ລູກກິນຢາ2ມື້ລາວກະເຊົາ
#ຕໍ່ມາ: ຫຼັງຈາກລູກເຊົາ4ມື້ພໍ່ຂອງລາວມີອາການໄຂ້ ບໍ່ສະບາຍເເຮງໜາວເເຍກໂຕນອນຢູ່ນອກ ເເລະ.ປິດບ້ານບໍ່ພົວພັນນຳໃຜເລີຍເພາະຜົວໄຂ້…..
#ມື້ທີສອງ ທ້າວໄອ ເຈັບຄໍ ຊື້ຢາມາກິນຕາມອາການເເຕ່ທ້າວດື້ບໍ່ໄປກວດເທື່ອ
ມື້ຕໍ່ມາ ແມ່ເອງ ມີອາການໄຂ້.ໜາວສັ່ນຕີນເຢັນມືເຢັນ ຮູ້ວ່າໂຕເອງຖືພາຢູ່ເເຕ່ວ່າບໍ່ໄຫວເມື່ອຍນາວເເຮງຄືສິສະບັ້ນສິຊ໋ອກ ເລີຍຕັດສິນໃຈກິນຢາປ້າລ້າເມັດ1…..ພໍເເຕ່ກິນ15ນາທີອາການໄຂ້ຫຼຸດລົງ ເເຕ່ ໂຄດເຈັບທ້ອງຄືສິລຸລູກ: ພາກັນໄປໂຮງໝໍ ໝໍເເນະນຳໃຫ້ກວດໄຂ້.ເເຕ່ບໍ່ມີໄຂ້ລະໄດ້ກວດເລືອດ ປົກກະຕິທຸກຢ່າງ.ໝໍບອກວ່າເປັນຍ້ອນກິນອາຫານເຜັດເຄັມລົດຈັດ😳
ມື້ທີສອງ ແມ່ນີ້ຮູ້ສືກຄໍເເຫ້ງ ໄອ #ມື້ທີສາມ ດັງບໍ່ໄດ້ກິ່ນໄປກວດໂຄວິດ.ຂົນກັນໄປທັງພໍ່ທັງເເມ່ເເລະລູກ ມື້ທີ່ສີ່ ນາຍບ້ານໂທມາເເຈ້ງຕິດໂຄວິດໝົດສາມ (ສີ່ລູກໃນທ້ອງ🥺) ຂາຈົນຊຸດ ມາລີ້ໄຫ້ຄິດໄປສາລະພັດອີ່ຕົນລູກຜູ້ນ້ອຍເເລະຜົວ ຕັດສິນໃຈກັກໂຕຢູ່ບ້ານເພາະສະດວກເເລະງ່າຍຕໍ່ການຮັກສາ
ມື້ທີ5ລູກເລີ່ມເປັນຫວັດເເລະໄອຍ້ອນໃກ້ຊິດພໍ່ເເລະແມ່(ເພາະຄອບຄົວຢູ່ກັບເເຕ່ສາມພໍ່ລູກ)ພໍ່ເເລະແມ່ ໄອ ເຈັບຄໍ ດັງບໍ່ສຳພັດກິ່ຫາຍໃຈບໍ່ໂລ່ງເເຕ່ກິນເຂົ້າເເຊບປົກກະຕິ (ກິນຫຼາຍກວ່າຕອນບໍ່ເປັນອີກ)
ແມ່ນີ້ທຽວເຂົ້າເເຕ່ໄປຖ່າຍໜັກຢູ່ບໍ່ເຊົາ ດີເເຕ່ກິນເຂົ້າໄດ້ຫຼາຍເລີຍບໍ່ເມື່ອຍປານໃດ ເເຕ່ນອນວ່າຊ້ານເຈົ້າເອີ້ຍນອນຍາກຍ້ອນຄໍກະເເຫ້ງໄອກະໄອ.ຫາຍໃຈກະບໍ່ສະດວກ
ວິທີຮັກສາ:
ສຳລັບຜົວຄື: 1ມາລາວໄດ້ຮັບວັກຊິນສອງເຂັມ ກິນຢາຕາມອາການ ຢາດີຫວັດລາວ ຢາພາລາເຊຕາມໍ ເເລະ ວິຕາມິນເມັດສີຂຽວ ແລະ ກິນນ້ຳຕົ້ມຂີງຫົວສິໄຄເເລະໃບຂີ້ຫູດຕາງນ້ຳເລີຍ ອາບນ້ຳອຸ່ນ ເເລະ.ທີ່ສຳຄັນເເມ່ນຜົວ ໂຮມຢາມື້1 5-6ເທື່ອໆລະ20ນາທີເພາະທ້າວບໍ່ມັກເເຕ່ກະຕ້ອງຈຳໃຈຢ້ານຕາຍປະລູກເມຍບັງຄັບອີກ ກິນເຂົ້າເເຊບຢາກຫຍັງບອກຄົນໄປຮັກເເພງໄປຕະຫຼາດໃຫ້ ກິນຢາເຊົ້າສວາຍເເລງ ເເລະດື່ມນ້ຳຕົ້ມໃຫ້ໄດ້ຫຼາຍທີ່ສຸດ (ອອກກຳລັງກາຍ)
ພາຍໃນມື້1.ທ້າວມີອາການຫາຍໃຈສະດວກຂື້ນເເຕ່ຍັງບໍ່ຮັບກິນ (ສືບຕໍ່ການໂຮມເເລະກິນນ້ຳຮ້ອນຕໍ່) ຈົນມາໄດ້ຮອດຄົບ5ມື້ດັງທ້າວເລີ່ມກັບກິ່ນເທື່ອລະໜ່ອຍ ກິນເເລະໂຮມຕໍ່ ຈົນ7ມື້ບໍ່ໄອບໍ່ຫວັດ ຮັບກິ່ນປົກກະຕິບໍ່ມີອາການຫຍັງ ເເລະສືບຕໍ່ກັກໂຕໃຫ້ຄົບ 24ມື້
ສຳຫລັບເເມ່ນີ້ເອງທີ່ກຳລັງຖືພາຢູ່ເເມ່ຈະກິນຢາໂຕໃດບໍ່ໄດ້ເລີຍ ແມ່ນີ້ກິນໄດ້ເເຕ່ນ້ຳຕົ້ມຂີງຫົວສີໄຄໃບຂີ້ຫູດຕາງນ້ຳອາບນ້ຳອຸ່ນ ເເລະໝັ່ນໂຮມຢາໄດ້ເທື່ອລະ10ປາຍນາທີ.ມື້ລະ5ເທື່ອ ຢູ່ດົນຫາຍໃຈຢາກເເລະ ລູກນ້ອຍກໍ່ເເອ່ວ ແມ່ນີ້ທັງອ້າປາກສືບເອົາອາຍເຂົ້າໄປໃຫ້ມັນລົງໄປຂ້າເຊື້ອ ເເລະກິນວິຕາມິນຊີທີ່ສຳຫລັບເເມ່ມານກິນໄດ້ ມື້ລະ1ເມັດເເຊ່ໃສ່ນ້ຳອຸ່ນກິນ(ດຽວຖ່າຍຮູບວິຕາມິນ ຢາໂຮມເເລະ ນ້ຳຕົ້ມທີ່ເເມ່ກິນລົງຄອມເມັ້ນ)
ພໍເເຕ່ໂຮມເເລະໝັ່ນກິນນ້ຳຕົ້ມ2ມື້ກໍ່ມື້ອາການຫາຍໃຈເລີ່ມໂລ່ງເເຕ່ຍັງບໍ່ຮັບກິນ ສືບຕໍ່ໂຮມມື້3-4ຕໍ່ມາເວລາໂຮມຢາເເລ້ວເເຕ່ລະເທື່ອເເມ່ນຈະມີໝູກເເລະຂີ້ກະເທີອອກມາເປັນເລືອດໄດ້ຄາຍອອກເເລະຊັ່ງຖີ້ມ(ຄິດວ່າເປັນຍ້ອນມັນອັກເສບເພາະເຮົາບໍ່ໄດ້ກິນຢາຫຍັງເເຕ່ຮັກສາດ້ວຍສະໝຸນໄພເເບບພື້ນເມືອງ) ມື້ທີ5 ໄອເຈັບຄໍອາການຄືເຮົາສິເຊົາຫວັດຫັນນະ ທໍລະມານເເຮງຕອນນີ້ນະ.
ຕອນສິເຊົານິລະ ຈົນໄດ້ເບກການກີນນ້ຳອຸ່ນ.ມາກິນນ້ຳທຳມະດາເເທນ ເພາະກິນນ້ຳອຸ່ນລົງໄປຄືມັນບາດຄໍເເສຍເເຮງ ເເລະເເມ່ນີ້ກໍ່ທຽວມ້ວນປາກດ້ວຍເກືອເເຊ່ນ້ຳອຸ່ນ ມ້ວນໃຫ້ລົງຄໍລະຄາຍອອກສຸດທໍລະມານເເຕ່ເຮັດເເລ້ວອາການກະຄ່ອຍດີຂື້ນເເຕ່ຍັງໄອ ຂີ້ກະເຖິອອກຕະຫຼອດ ມື້ທີ5-6ສືບຕໍ່ໂຮມຟ້າເອີ້ຍ.
ຕອນຫາຍໃຈອ້າປາກເອົາຄວັນເຂົ້ານ້ຳຕາເເຕກເລີຍທັງເເສບດັງທັງເຜັດຄໍ ເເຕ່ດັງໄດ້ເລີ່ມຊາເເລະໄດ້ກິ່ນຢາໂຮມມາໜ່ອຍ1 ເເຕ່ຈະໂຮມບໍ່ໄດ້ດົນເພາະເຜັດເເລະເເສບເເຮງໂຮມເທື່ອລະ5ນາທີບາດນິກັ້ນໃຈຢ້ານຕາຍ ມື້ລະ5ເທື່ອມື້ທີ7ດັງກັບມາໄດ້ກິ່ນເເບບ80% ມື້ທີ8-9ອາການປົກກະຕິທຸກຢ່າງດັງໄດ້ກີ່ນ100% ຄໍກໍ່ເຊົາໄອເຊົາເຈັບຫວັດກະເຊົາ ສືບຕໍ່ການໂຮມກິນນ້ຳທຳມະດາໂດຍທີ່ບໍ່ກິນນ້ຳເຢັນເລີຍເເລະໂຮມຕໍ່ເເລະກໍ່ບໍ່ມີອາການຫຍັງສືບຕໍ່ກັກໂຕໃຫ້ຄົບ24ວັນ.
#ສຳຫລັບລູກນ້ອຍ6ເດືອນ: ມື້ທີ1 ຕິດເຈ່ວລົດໄຂ້ກັນໄວ້ມື້ທີ2 ລາວຈະຕັນດັງຫາຍໃຈຍາກເເລະໄອ :ເເມ່ນີ້ເອົາຢາດີຫວັດເເລະດີໄອໃຫ້ລາວກິນຫຼັງຈາກກິນເຂົ້າເເລ້ວ15ນາທີ ເເລະຕິດສະຕິກເກີ້ຫົວຫອມຊ່ວຍໃຫ້ລາວຫາຍໃຈສະດວກຂື້ນ ໝັ່ນສີດອີ່ຫຍັງບຸໃສ່ດັງໃຫ້ລາວຫາຍໃຈສະດວກຂື້ນ ໃຊ້ໄດ້ທັງເດັກເເລະຜູ້ໃຫຍ່ຄົນໃກ້ບ້ານເອົາໃຫ້ເເຕ່ບຊ່ຮູ້ວ່າເອີ້ນຫຍັງ2ຊົ່ວໂມງສີດເທື່ອ1ລະເອົາສຳລີຜັນຫູຫັນຄ່ອຍຄວັດອອກໃຫ້ລາວຫາຍໃຈສະດວກ ຫຼືເເມ່ໃດກ້າລ້າງດັງໃຫ້ລູກຍິ່ງເປັນການດີ
#ເເຕ່ລາວກິນເເລ້ວເເລະນົມປົກກະຕິ ເເລະ ເອົາລາວຖຽວເຂົ້າໂຮມຢານຳພໍ່ ມື້ລະ3-4ເທື່ອໆລະ1ນາທີ(ຄືສຸດໆລະເພາະລູກໄຫ້) ເຮັດເເບບນີ້ມາຮອດມື້ທີ3ມື້ທີ4ລາວກະບໍ່ໄອຫວັດບໍ່ເເອ່ວ ບໍ່ເເນ່ໃຈວ່າລະຫວ່າງລູກກັບພໍ່ໃຜຕິດກ່ອນເເຕ່ລູກ3ມື້ກະອາການປົກກະຕິ #ອາດຈະຍ້ອນລາວເປັນໄຂ້ລະປົວເຊົາເເຕ່ເເລກຕິ ສືບຕໍ່ກັກໂຕ ຮອດ24ມື້ ຈົນຮອດປະຈຸບັນຍັງ4ມື້ພໍດີຄົບ😅😅
ນີ້ຄືປະສົບການຂອງຄອບຄົວເເມ່ເດີ້ ເປັນເອງປົວເອງຕາມຄຳເເນະນຳຂອງຄົນຮູ້ຈັກຫຼາຍໆຄົນທີ່ເຄີຍຕິດເຊື້ອໂຄວິດກ່ອນ #ຜູ້ອາຍຸສູງທີ່ກັກໂຕຢູ່ບ້ານລາວກໍ່ປົວໂດຍການໂຮມເເລະກິນນ້ຳຕົ້ມໂດຍທີ່ບໍ່ກິນຢາເພາະເພີ່ນມີພະຍາດປະຈຳໂຕຫຼາຍ ເເຕ່ກະເຊົາພາຍໃນ10ມື້ຫາຍຂາດ.
ສຸດທ້າຍນີ້ເເມ່ຂໍເປັນກຳລັງໃຈໃຫ້ທຸກກັບຄອບຄົວທີ່ກຳລັງຕິດເຊື້ອຢູ່ຕອນນີ້ຂໍໃຫ້ຈົ່ງສູ້ກັບໂລກລະບາດຮ່ານີ້ໃຫ້ໄດ້ທີ່ສຳຄັນເຮັດໂຕໃຫ້ເຂັ້ມເເຂງ ເຮັດໃຈປອດໂປ່ງຄິດເເຕ່ວ່າເປັນກະຮັກສາຈັກໜ່ອຍກະເຊົາ #ກຳລັງໃຈຈາກຄອບຄົວເເລະຄົນອ້ອມຂ້າງ ເເນວໃດບໍ່ດີປ່ອຍຜ່ານໄປຢ່າເກັບມາຄິດມັນສິເຮັດໃຫ້ເຮົາທໍ້ ເເລະ ຄົນທີ່ມີລູກນ້ອຍຫຼືກຳລັງຖືພານິລະເເຮງສຳຄັນຢ່າໄປຄິດວ່າຕິດມາແຕ່ໃສ ຕິດໄດ້ຈັ່ງໃດເພາະເຊບໂຕເອງດີເເລ້ວ
#ບໍ່ມີໃຜຢາກເປັນ ເຮົາເປັນພໍ່ເເມ່ຄົນແລ້ວທໍ້ໄດ້ບາງເວລາເເຕ່ຕ້ອງສູ້ ເພາະຖ້າເຮົາບໍ່ເຂັ້ມເເຂງພໍ ເເລ້ວລູກເຮົາສິອາໄສໃຜ ສະນັ້ນຖ້າມີອາການເເປກໆລະຮີບກວດຮີບປົວໃຫ້ເຊົາໄວໆຢ່າປະໝາດຖ້າເປັນໜັກມາມັນລົງປອດລະເສຍໃຈນຳຫລັງ
**ຫວັງວ່າຂໍ້ມູນທາງເທິງສິຊ່ວຍບັນເທົາເເລະເຮັດໃຫ້ຫຼາຍຄົນຮູ້ຮັບມື້ກັບພະຍາດໂຄວິດບໍ່ໜ່ອຍກະຫຼາຍ##ຂໍໃຫ້ທຸກທ່ານຫ່າງໄກໂຄວິດ
ທີ່ມາ
