Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ນິວຊີແລນ ປະກາດຫ້າມ ❌ ເຍົາວະຊົນຊື້ຢາສູບຕະຫຼອດຊີວິດ ຕັ້ງເປົ້າເປັນປະເທດປອດຢາສູບ ໃນປີ 2025
ລ່າສຸດ! ປະເທດນິວຊີແລນ ໄດ້ອອກມາປະກາດແຜນການປ້ອງກັນເຍົາວະຊົນໃນປະເທດ ປ້ອງກັນບໍ່ໃຫ້ສາມາດຊື້ຢາສູບໄດ້ ຊຶ່ງຖືເປັນໜຶ່ງໃນເປົ້າໝາຍໃນການເປັນປະເທດປອດຢາສູບ (Smoke-free) ພາຍໃນປີ ຄ.ສ. 2025
ກົດທີ່ຫ້າມເຍົາວະຊົນຊື້ຢາສູບໃນຕອນນີ້ ໝາຍເຖິງ ເຍົາວະຊົນທີ່ເກີດຫຼັງປີ ຄ.ສ. 2008 ຫລືອາຍຸຕ່ຳກວ່າ 14 ປີລົງໄປ ຈະບໍ່ສາມາດຊື້ຢາສູບ ໄດ້ເລີຍຕະຫລອດຊີວິດ.
ໃນຂະນະທີ່ປະລິມານນິໂຄຕິນໃນຢາສູບ ທີ່ຖືກຂາຍໃຫ້ກັບຜູ້ໃຫຍ່ ຈະຖືກຫລຸດປະລິມານລົງ
ທັງນີ້ ການອອກກົດຫມາຍເລື່ອງນີ້ ອາດຈະຖືກບັງຄັບໃຊ້ພາຍໃນປີໜ້າ ແລະຮ້ານຄ້າຍ່ອຍທີ່ໄດ້ຮັບອະນຸຍາດໃຫ້ຂາຍຢາສູບໄດ້ ຈະຕ້ອງຖືກຫລຸດຈຳນວນລົງ ໃຫ້ເຫຼືອຕ່ຳກວ່າ 500 ລາຍ ຈາກຕອນນີ້ທີ່ມີຢູ່ກວ່າ 8,000 ລາຍ.
ໂດຍເຈົ້າຫນ້າທີ່ສາທາລະນະສຸກແລະກຸ່ມນັກເຄື່ອນໄຫວ ຕ່າງຍອມຮັບວ່າ ການປະຕິຮູບວົງການຢາສູບຂອງປະເທດ ເປັນໜຶ່ງໃນການປາບປາມທີ່ເຂ້ມງວດທີ່ສຸດໃນໂລກແລ້ວ!
ນີ້ກໍນັບເປັນອີກໜຶ່ງການເຄື່ອນໄຫວທີ່ໜ້າສົນໃຈໃນປະເທດນິວຊີແລນ.
ແຕ່ທັງນີ້ ນະໂຍບາຍປອດຢາສູບທີ່ສາມາດເຮັດໄດ້ ສ່ວນຫນຶ່ງກໍໜ້າຈະມາຈາກຈຳນວນປະຊາກອນໃນປະເທດທີ່ມີນ້ອຍ ເຊິ່ງມີປະມານ 5 ລ້ານຄົນ ນັບວ່າມີນ້ອຍກວ່າ ສ.ປປລາວ.
ອ່ານຂໍ້ມູນເຕັມໄດ້ທີ່: https://www.blockdit.com/posts/61b2caaffa2e080cb8cc1f23